ອົງການແຄຣີຕັດສ໌ ລຸກຊໍາບວກ ສົ່ງເສີມວຽກງານສາທາ 200 ກວ່າລ້ານກີບ

ພິທີມອບ – ຮັບ ອຸປະກອນຈັດກອງປະຊຸມທາງໄກ ແລະ ອຸປະກອນໄອທີ ໃຫ້ກອງເລຂາໂພຊະນາການຂັ້ນແຂວງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2022 ຢູ່ພະແນກສາທາລະນະສຸກແຂວງ ໃຫ້ກຽດມອບໂດຍ ທ່ານ ພັດທະຄອນ ສີວົງໄຊ ຜູ້ປະສານງານໂຄງການຂັ້ນແຂວງ ໂຄງການສົ່ງເສີມແຜນງານໂພຊະນາການ ອົງການແຄຣີຕັດສ໌ ລຸກຊໍາບວກ ແລະ ຮັບໂດຍ ທ່ານ ນາງ ດວງຕາ ເລືອງມີໄລ ຮອງຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊ, ມີກອງເລຂາໂພຊະນາການຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົາຮ່ວມເປັນສັກຂີພິຍານ.

ອຸປະກອນຈັດກອງປະຊຸມທາງໄກ ແລະ ອຸປະກອນໄອທີ ທີ່ນໍາມາມອບໃນຄັ້ງນີ້ ປະກອບດ້ວຍຄອມພີວເຕີ່ແລບທອບ 4 ເຄື່ອງ, ເອັກເຕີນໍຮາດດີດ 13 ອັນ, ປຣີ້ນເຕີ່ສີ ແລະ ສະແກນເນີ່ 13 ຊຸດ, ໂປຣເຈັກເຕີ – ແຜ່ນຜ້າສາກ – ຂາຕັ້ງ 1 ຊຸດ, ຊຸດເຄື່ອງປະຊຸມອອນລາຍ 3 ຊຸດ, ສາຍ HDMI, ໂທລະທັດ, ຂາຕັ້ງໂທລະທັດ, ຈັກຄິດໄລ່ ແລະ ເຫຼັກເຈະຮູສຳລັບເຮັດປື້ມ ລວມມູນຄ່າ 200 ກວ່າລ້ານກີບ ຫຼື 15.056 ໂດລ່າ.

ອຸປະກອນດັ່ງກ່າວ ແມ່ນຈະໄດ້ສືບຕໍ່ນໍາໄປມອບໃຫ້ຫ້ອງການສາທາເມືອງ 7 ເມືອງພາຍໃນແຂວງ ແລະ 4 ພະແນກການທີ່ກ່ຽວຂ້ອງ ເພື່ອນໍາໄປຮັບໃຊ້ເຂົ້າໃນວຽກງານສົ່ງເສີມໂພຊະນາການ ແລະ ວຽກງານສຳຄັນອື່ນໆ ໃຫ້ມີການປັບປຸງ ແລະ ພັດທະນາໃຫ້ດີຂຶ້ນ.

About admins14