ປິດຊຸດຝຶກອົບຮົມ ທິດສະດີການເມືອງ – ການປົກຄອງ ລະບົບບຳລຸງ 45 ວັນ ຮຸ່ນທີ 2

ວັນທີ 22 ກໍລະກົດ 2022 ທີ່ສະໂມສອນຂອງຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ  ໄດ້ຈັດພິທີ ປິດຊຸດຝຶກອົບຮົມ ທິດສະດີການເມືອງ – ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ 55 ຂອງແຂວງບໍລິຄຳໄຊ, ຮຸ່ນ 02 ຂອງເມືອງໄຊຈຳພອນ, ພາຍໃຕ້ການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊຈໍາພອນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກຳລັງ ປກຊ – ປກສ, ຫົວໜ້າຫ້ອງການ – ຄະນະຫ້ອງການ ພ້ອມດ້ວຍບັນດານັກສຶກສາ ເຂົ້າຮ່ວມ.

ຊຸດຝຶກອົບຮົມ ທິດສະດີການເມືອງ – ການປົກຄອງລະບົບບຳລຸງ 45 ວັນ ຊຸດທີ 55 ຂອງແຂວງບໍລິຄຳໄຊ, ຮຸ່ນ 02 ຂອງເມືອງໄຊຈຳພອນ ໄດ້ເລີ່ມແຕ່ວັນທີ 18 ເມສາ 2022 – 22 ກໍລະກົດ 2022 ຈຶ່ງສໍາເລັດລົງຕາມລະດັບຄາດໝາຍ, ໂດຍມີນັກສຶກສາ ທັງໝົດ 35 ສະຫາຍ, ຍິງ 04 ສະຫາຍ, ມີຄູ – ອາຈານຮັບເຊີນ ໂດຍແມ່ນພະນັກງານການນໍາ – ພະນັກງານຫຼັກແຫຼ່ງຂັ້ນເມືອງ ຈຳນວນ 24 ທ່ານ ແລະ ຄູ – ອາຈານ ຮັບເຊີນຈາກແຂວງ 3 ທ່ານ, ມີທັງໝົດ 5 ກຸ່ມວິຊາຮຽນ ຄື: ວິຊາປັດຊະຍາ, ວິຊາເສດຖະສາດການເມືອງ, ວິຊາລັດທິສັງຄົມນິຍົມວິທະຍາສາດ, ວິຊາບໍລິຫານສາດ ແລະ ວິຊາກໍ່ສ້າງພັກ ລວມທັງໝົດ ມີ 40ບົດ, ໃນນັ້ນ ມີຊົ່ວໂມງຂື້ນຫ້ອງບັນຍາຍ 162 ຊົ່ວໂມງ, ບັນຍາຍກັບທີ 150 ຊົ່ວໂມງ ແລະ ບັນຍາຍທາງອອນລາຍ 12 ຊົ່ວໂມງ, ຄົ້ນຄວ້າ – ສຳມະນາ 28 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 17 ຊົ່ວໂມງ ເຊີ່ງໂຄງການຫຼັກສູດທັງໝົດດັ່ງກ່າວ ໂດຍພື້ນຖານແມ່ນໄດ້ປະຕິບັັດຄົບຖ້ວນທຸກປະການ, ເຊີ່ງສະແດງອອກໃນໝາກຜົນ ທຸກກຸ່ມວິຊາຮຽນ ມີ ເກຼດA : 5 ວິຊາ, 1 ສະຫາຍ, ເກຼດ A : 4 ວິຊາ, 5 ສະຫາຍ, ເກຼດ A : 3 ວິຊາ, 5 ສະຫາຍ, ເກຼດ A : 2 ວິຊາ, 12ສະຫາຍ, ເກຼດ A : 1 ວິຊາ, 8 ສະຫາຍ ແລະ ເກຼດ A ບໍ່ມີຈັກວິຊາ 4 ສະຫາຍ, ສາມາດປະເມີການສົ່ງຄວາມຮູ້ຂອງຄູ – ອາຈານ ໃນລະດັບ 88,67% ຂື້ນໄປ.

ຈາກນັ້ນ ໃນພິທີ ກໍ່ໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທັງ 35 ສະຫາຍ, ພ້ອມນີ້ກໍ່ຍັງໄດ້ມີການມອບໃບຍ້ອງ ໃຫ້ນັກສຶກສາ ຮຽນດີ – ຮຽນເກັ່ງ ຈຳນວນ 7 ສະຫາຍ, ຍິງ 2 ສະຫາຍ, ມອບໃບຍ້ອງ ໃຫ້ຄະນະຮັບຜິດຊອບ, ຄູ – ອາຈານ ທີ່ຜົນງານດີເດັ່ນໃນການສິດສອນ ແລະ ກອງເລຂາຊ່ວຍວຽກຈຳນວນ 25 ສະຫາຍ, ມອບໃບຍ້ອງສັນລະເສີນໃຫ້ແກ່ນັກສຶກສາ ຮຸ່ນ 2 ທີ່ມີຜົນງານໃນການປະກອບສ່ວນສົມທົບທຶນປຸກສ້າງເຮືອນໃຫ້ຄອບຄົວອານາຖາ ແລະ ພ້ອມດຽວກັນນັ້ນ ຕາງໜ້ານັກສຶກສາ ຮຸ່ນ 2 ຂອງເມືອງ ກໍ່ໄດ້ມອບເງິນຈຳນວນ 500.000ກີບ ໃຫ້ແກ່ເມືອງເພື່ອສ້າງຫຼັກທຸງຂອງສຳນັກງານເມືອງ.

About admins14