ເຈົ້າແຂວງບໍລິຄຳໄຊ ເຄື່ອນໄຫວຊີ້ນຳວຽກງານສະກັດກັ້ນການແຜ່ລະບາດພະຍາດ ໂຄວິດ – 19 ຢູ່ 2 ບ້ານ ເມືອງປາກກະດິງ

ໃນວັນທີ 7 ຕຸລາ 2021 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫພົບປະໂອ້ລົມ ອຳນາດການປົກຄອງບ້ານຫ້ວຍໄຮ ແລະ ບ້ານທົ່ງນາມີ ເມືອງປາກກະດິງ ໂດຍມີທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ແລະ ຄະນະສະເພາະກິດຂັ້ນເມືອງ ຮ່ວມພາທາງ.

ໂອກາດດັ່ງກ່າວນີ້ ນາຍບ້ານ ໄດ້ລາຍງານສະພາບໂດຍລວມໃນການປະຕິໜ້າທີ່ວຽກງານຂອງຄະນະສະເພາະກິດຂັ້ນບ້ານ ໃນການປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການ ປ້ອງກັນ, ຄວບຄູມ ແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືຄໍາສັ່ງຂອງຂັ້ນເທິງ ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ມາຈາກພູມລໍາເນົາຂອງແຕ່ລະທ້ອງຖິ່ນ ແລະ ວິຖີຊີວິດຂອງປະຊາຊົນ ຄະນະພັກຂັ້ນບ້ານ ໄດ້ໂຄສະນາປະຊາສຳພັນປະກາດຜ່ານລະບົບໂທລະໂຄ່ງຂັ້ນບ້ານ ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ຜົນຮ້າຍຂອງການລະບາດຂອງພະຍາດໂຄວິດ-19, ພ້ອມນັ້ນ ໄດ້ສົມທົບກັບຄະນະສະເພາະກິດຂັ້ນເມືອງ, ຂັ້ນແຂວງ ນຳເອົາຜູ້ສຳພັດກັບຜູ້ຕິດເຊື້ອເຂົ້າສູນກັກກັນຂອງເມືອງເພື່ອຕິດຕາມອາການ ພ້ອມເກັບຕົວຢ່າງ ໂດຍລວມແລ້ວປະຊາຊົນແມ່ນມີຄວາມຮັບຮູ້ເຂົ້າໃຈ ເປັນເຈົ້າການເຂົ້າຮ່ວມປະຕິບັດບັນດາຄຳສັ່ງຂອງຂັ້ນເທິ່ງວາງອອກ.

ຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ໄດ້ຊີ້ນຳວຽກງານຫຼາຍດ້ານຕໍ່ຄະນະສະເພາະກິດຂັ້ນບ້ານ ເປັນຕົ້ນແມ່ນ ການໂຄສະນາປະຊາສຳພັນຜົນຮ້າຍຂອງພະຍາດໂຄວິດ-19 ຜ່ານລະບົບໂທລະໂຄ່ງຂັ້ນບ້ານໃຫ້ຫຼາຍຂື້ນ, ແນະນໍາການປ້ອງກັນຕົນເອງຕາມຫຼັກສຸຂະອານາໄມ,ການຈຳກັດບໍລິເວນພາຍໃນຄົວເຮືອນ ແລະ ບັນຫາອື່ນໆ.

ໃນຕອນທ້າຍ ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນແຂວງ, ເມືອງ ຈົ່ງໄດ້ເປັນເຈົ້າການສົມທົບກັບອຳນາດການປົກຄອງຂັ້ນບ້ານ ສືບຕໍ່ປະຕິບັດມາດຕາການຢ່າງຕໍ່ເນື່ອງ, ປົກກະຕິ, ຈົ່ງໄດ້ຍົກສູງຄວາມເປັນເຈົ້າການປະຕິບັດຜັນຂະຫຍາຍບັນດາຄຳສັ່ງຢ່າງເຂັ້ມງວດ, ປຸກລະດົມປະຊາຊົນທີ່ນອນຢູ່ໃນກຸ່ມເປົ້າໝາຍເຂົ້າຮັບວັກຊິນໃຫ້ຄົບຖ້ວນ, ຕິດຕາມກວດກາຢ່າງລະອຽດຄົນເຂົ້າອອກບ້ານ ທີ່ໄດ້ກຳນົດເປັນບ້ານແດງ.

ໂອກາດທີ່ທ່ານເຈົ້າແຂວງ ລົງເຄື່ອນໄຫວວຽກງານຢູ່ 2 ບ້ານ ເມືອງ ປາກກະດິງໃນຄັ້ງນີ້ ຍັງໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກຈຳນວນໜື່ງ ເປັນຕົ້ນແມ່ນເຂົ້າສານໜຽວ, ໝີ່ສຳເລັດຮູບ, ຜ້າປິດປາກ-ດັງ ແລະ ເຈວລ້າງມືຈຳນວນໜື່ງ ມອບໃຫ້ຄະນະສະເພາະກິດຂັ້ນບ້ານ.

ໃນຕອນບ່າຍຂອງວັນດຽວກັນ ທ່ານເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າຄະນະສະເພາະກິດຂັ້ນແຂວງ ໄດ້ລົງກວດກາ ການກະກຽມສະຖານທີ່ສູນກັກກັນ ເດີ່ນເປຕັງ ແລະ ສູນປີ່ນປົວຜູ້ຕິດເຊື້ອ ສະໂມສອນດອກປີກໄກ່ຂອງແຂວງ ເຊີ່ງສະຖານທີ່ດັ່ງກ່າວນີ້ ມາຮອດປະຈຸບັນແມ່ນສຳເລັດເກືອບຮ້ອຍສ່ວນຮ້ອຍ, ສຳລັບສູນສຳລັັບປິ່ນປົວສະໂມສອນດອກປີກໄກ່ ມີ 100 ຕຽງ, ສູນກັັກກັນເດີ່ນກິລາເປຕັງ ມີ 80 ຕຽງ.

About admins14