ສາທາລະນະສຸກແຂວງ ຍົກລະດັບວຽກງານອະນາໄມ ແລະ ປ້ອງກັນພະຍາດໂຄວິດ-19

ບັ້ນຊຸດອົບຮົມຍົກລະດັບວຽກງານອະນາໄມ ແລະ ຂ້າເຊື້ອພະຍາດໂຄວິດ-19 ຢູ່ແຂວງ ໄດ້ຈັດຂຶ້ນໃນຂອງວັນທີ 8 ຕຸລາ 2021 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ເປັນກຽດເຂົ້າຮ່ວມກ່າວເປີດຊຸດອົບຮົມຂອງ ທ່ານ ດຣ ນາງ ດວງຕາ ເລື່ອງມີໄລ ຮອງຫົວຫ້ນາພະແນກສາທາລະນະສຸກແຂວງ ບໍລິຄຳໄຊ, ມີສໍາມະນາກອນຈາກບັນດາພະແນກການ, ກົມກອງ, ຫ້ອງການ, ວິສາຫະກິດ ແລະ ທຸລະກິດອ້ອມຂ້າງແຂວງ ເຂົ້າຮ່ວມ.

ວິທະຍາກອນຈາກຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກ ສາທາລະນະສຸກແຂວງ ໄດ້ຍົກໃຫ້ເຫັນຜົນຮ້າຍການລະບາດຂອງພະຍາດໂຄວິດ – 19 ສີ່ງທີ່ຄວນປະຕິບັດເພື່ອປ້ອງກັນ ການຕິດເຊື້ອພະຍາດໂຄວິດ-19 ສໍາລັບບ່ອນເຮັດວຽກທົ່ວໄປ ເປັນຕົ້ນແມ່ນ ການລ້າງມື, ມາລະຍາດຂອງການໄອ-ຈາມ, ການຮັກສາໄລຍະຫ່າງ, ການອະນາໄມ ແລະ ການຂ້າເຊື້ອ, ການລະບາຍອາກາດ, ການກັ່ນກອງດ້ວຍການວັດແທກອຸນຫະພູມຮ່າງກາຍ, ການວາງແຜນການຄູ້ມຄອງ ແລະ ການຕິດຕາມການປະຕິບັດມາດຕະການ, ການອະໄມ ແລະ ຂ້າເຊື້ອຫຼັງຈາກກັບຮອດເຮືອນ, ສຳລັບວິທີປ້ອງກັນຕົນເອງຈາກພະຍາດໂຄວິດ-19 ທີ່ຕ້ອງປະຕິບັດເປັນປະຈໍາມີ ຄື: ການລ້າງມືດ້ວຍສະບູ່ ຫຼື ເຈວລ້າງມື, ບໍ່ຈັບໜ້າຂອງຕົນເອງ, ການຮັກສາໄລຍະຫ່າງ ແລະ ບໍ່ໃຊ້ພາຊະນະຕ່າງໆຮ່ວມກັບຄົນອື່ນ.

ພ້ອມນັ້ນ ຍັງໄດ້ໄດ້ນຳສະເໜີວິທີປະສົມນໍ້າຢາຂ້າເຊື້ອ, ວິທີນໍາໃຊ້ ແລະ ຫຼັງນໍາໃຊ້ຢາຂ້າເຊື້ອ. ບັ້ນຊຸດອົບຮົມຄັ້ງນີ້ ສຳມະນາກອນຍັງໄດ້ຍົກບັນຫາແລກປ່ຽນສົນທະນາເຊີ່ງກັນ ແລະ ກັນ ແລະ ຍັງໄດ້ສາທິດພາກປະຕິບັດຕົວຈິງ ເຮັດໃຫ້ສຳມະນາກອນມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງ ໃນຂັ້ນຕອນຕ່າງໆ ເພື່ອນຳໄປຈັດຕັ້ງປະຕິບັດໃນກົມກອງຂອງຕົນເອງ ແລະ ຊີວິດປະຈຳວັນ.

About admins14