ນາຍົກ ເນັ້ນໃຫ້ສື່ມວນຊົນ ຈົ່ງເປັນຂົວຕໍ່ສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນ

ການພົບປະສື່ມວນຊົນທົ່ວປະເທດ ໃນຮູບແບບທາງໄກ ຂອງທ່ານນາຍົກລັດຖະມົນຕີ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2021 ຢູ່ສຳນັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຈຸດປະສົງ ເພື່ອແລກປ່ຽນຄວາມຄິດເຫັນ ແລະ ບາງບັນຫາທີ່ປິ່ນອ້ອມ ກ່ຽວກັບການລະບາດຂອງພະຍາດໂຄວິດ-19 ກັບສື່ມວນຊົນ ເພື່ອໃຫ້ສື່ມວນຊົນນຳເອົາຂໍ້ມູນຂ່າວສານຕ່າງໆ ໄປເຜີຍແຜ່ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈສະພາບຄວາມເປັນຈິງ ຂອງການລະບາດຂອງພະຍາດດັ່ງກ່າວຢູ່ໃນໂລກ, ພາກພື້ນ ກໍຄື ຢູ່ ສປປ ລາວ ລວມມີ 4 ຈຸດສໍາຄັນໃຫຍ່ ຄື: ສະພາບຄວາມຮຸນແຮງຂອງພະຍາດໂຄວິດ-19, ຜົນກະທົບດ້ານຕ່າງໆ, ການສະກັດກັ້ນ ແລະ ຕໍ່ຕ້ານກັບພະຍາດໂຄວິດ-19 ໃນໄລຍະຜ່ານມາ, ປັດຈຸບັນ ແລະ ຕໍ່ໜ້າ ແລະ ການດຳລົງຊີວິດປົກກະຕິແບບໃໝ່ ຫລື New Normal.

ສ່ວນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍນັກສື່ມວນຊົນພາຍໃນແຂວງ ເຂົ້າຮ່ວມ.

ທ່ານ ພັນຄຳ ວິພາວັນ ໄດ້ຍົກໃຫ້ເຫັນເຖິງສະພາບຄວາມຮຸນແຮງຂອງພະຍາດໂຄວິດ-19 ເຮັດໃຫ້ສົ່ງຜົນກະທົບ ຫລື ສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ມະນຸດ ເນື່ອງຈາກເຮັດໃຫ້ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫລາຍລ້ານຄົນໃນທົ່ວໂລກ.

ພ້ອມກັນນີ້, ຍັງສົ່ງຜົນກະທົບໃຫ້ເສດຖະກິດໂລກ ກໍຄືເສດຖະກິດຂອງແຕ່ລະປະເທດຂະຫຍາຍຕົວຊ້າລົງ ເຮັດໃຫ້ປະເທດຕ່າງໆໃນໂລກ ແລະ ວົງຄະນະຍາດສາກົນ ໄດ້ຮ່ວມກັນສະກັດກັ້ນ ແລະ ຕ້ານສຸດຄວາມສາມາດ ແຕ່ປັດຈຸບັນຍັງບໍ່ທັນສາມາດປາບປາມໄດ້ສຳເລັດ ແລະ ຍັງມີທ່າອຽງຈະສືບຕໍ່ຂະຫຍາຍຕົວຕໍ່ໄປ ເນື່ອງຈາກການຕິດເຊື້ອສະສົມ ເພີ່ມຂຶ້ນແຕ່ລະມື້ຢູ່ໃນແຕ່ລະປະເທດ, ແຕ່ເຖິງຢ່າງໃດກໍຕາມ ວົງຄະນາຍາດສາກົນ ແລະ ບັນດາປະເທດ ກໍ່ໄດ້ສຸມສະຕິປັນຍາຄົ້ນຄວ້າວິໄຈ ວາງມາດຕະການຕ່າງໆ ເພື່ອປ້ອງກັນພະຍາດດັ່ງກ່າວ ໂດຍສະເພາະ ການຄົ້ນຄວ້າຜະລິດຢາວັກຊິນ ເພື່ອສັກໃຫ້ປະຊາຊົນ, ຄົ້ນຄວ້າຫາວິທີການກວດຫາເຊື້ອ ການຕິດເຊື້ອ, ວິໄຈ ແລະ ຜະລິດຢາປິ່ນປົວ, ກຳນົດມາດຕະການໃນການປິດເມືອງປິດປະເທດ ແລະ ອື່ນໆ.

ສຳລັບ ຢູ່ ສປປ ລາວ ລັດຖະບານ ໄດ້ວາງແນວທາງ ແລະ ມາດຕະການທີ່ສອດຄ່ອງແຕ່ຫົວທີ ໂດຍຖືເອົາການສະກັດກັ້ນ, ປ້ອງກັນເປັນຕົ້ນຕໍ, ການປິ່ນປົວແກ້ໄຂເປັນສຳຄັນ, ຖືການນຳພາຢ່າງລວມສູນ ເປັນເອກະພາບຂອງພັກ ແລະ ບັນຊາບໍລິຫານງານຂອງລັດຖະບານ ແລະ ການເປັນເຈົ້າການເຂົ້າຮ່ວມຂອງປະຊາຊົນ ເປັນປັດໄຈຕັດສິນຜົນສຳເລັດ ພ້ອມນັ້ນ ກໍ່ອີງໃສ່ການຮ່ວມມືຊ່ວຍເຫຼືອ ຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ. ນອກຈາກນີ້ ລັດຖະບານ ມີກົນໄກສະດຸ້ງໄວສົມຄວນ ໃນການປັບປຸງແກ້ໄຂບັນຫາ ແຕ່ລະໄລຍະ ແຕ່ລະກໍ່ລະນີ ເປັນຕົ້ນ: ການສ້າງຕັ້ງສູນກັກກັນ, ໂຮງໝໍ ຫລື ສູນປິ່ນປົວຊົ່ວຄາວ (ໂຮງໝໍພາກສະໜາມ), ການສັກຢາວັກຊິນ ແລະ ອື່ນໆ. ນອກຈາກນີ້ຍັງໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອ ດ້ານຢາວັກແຊງ,ຢາປົວ, ອຸປະກອນການແພດຕ່າງໆ ຈາກປະເທດຫຼາຍປະເທດ ແລະ ວົງຄະນາຍາດສາກົນ ເຊັ່ນ: ຈີນ, ຫວຽດນາມ, ໄທ, ກໍາປູເຈຍ, ລັດເຊຍ, ອາເມລິກາ, ຍີ່ປຸ່ນ, ອັງກິດ, ອົສຕຣາລີ ແລະ ອື່ນໆ.

ທ່ານ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ລາວເຮົາ ໄດ້ນໍາໃຊ້ 3 ມາດຕະການພື້ນຖານໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຄືສາກົນນໍາໃຊ້ ຄື: ມາດຕະການທາງການແພດ, ມາດຕະການດ້ານບໍລິຫານ ແລະ ມາດຕະການດ້ານເສດຖະກິດ ໂດຍລັດຖະ ບານໄດ້ມີການຄົ້ນຄວ້າ-ວິໄຈ ເພື່ອກໍານົດມາດຕະການທີ່ມີການສົມດຸ່ນ, ກົມກຽວກັນ, ຊຸກຍູ້ເຊິ່ງກັນ ແລະ ກັນ ລະ ຫວ່າງ 3 ມາດຕະການພື້ນຖານ ອອກມາເປັນມາດຕະການທີ່ຕ້ອງເພີ່ມທະວີ ແລະ ມາດຕະການຜ່ອນຜັນ ໂດຍຖອດ ຖອນບົດຮຽນຈາກສາກົນ, ສະພາບຄວາມເປັນຈິງຂອງປະເທດ ແລະ ຄໍາສະເໜີທີ່ສ້າງສັນຂອງປະຊາຊົນໃນແຕ່ ລະໄລຍະ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດທີ່ເກີດຂຶ້ນ ກໍ່ຄື ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ພ້ອມນີ້ ທ່ານຢືນຢັນວ່າ ເປົ້າ ໝາຍສັກວັກຊີນໃຫ້ໄດ້ 50% ຂອງພົນລະເມືອງລາວໃນທ້າຍປີນີ້ ຈະບັນລຸແນ່ນອນ ຊຶ່ງຜູ້ທີສັກວັກຊີນຄົບໂດສ (ສັກສອງເຂັມ ຫຼື ໜຶ່ງເຂັມທີ່ເປັນວັກຊີນທີ່ສັກເຂັມດຽວ ຄື: ຈອນສັນ ແອັນ ຈອນສັນ) ມີ 2,1 ລ້ານຄົນ ຫຼື 28,84% ຂອງພົນລະເມືອງລາວ ເຂັມໜຶ່ງແມ່ນສັກແລ້ວ 3 ລ້ານກວ່າຄົນ ເທົ່າ 41,6% ຂອງພົນລະເມືອງລາວ. ສ່ວນການຫັນໄປໃຊ້ຊີວິດປົກກະຕິແບບໃໝ່ນັ້ນ ແມ່ນມີຄວາມຈໍາເປັນທີ່ສຸດທີ່ປະຊາຊົນລາວບັນດາເຜົ່າຕ້ອງປັບຕົວໃຫ້ໄດ້ ເພື່ອຫ່າງໄກຈາກພະ ຍາດໂຄວິດ-19.

ໃນຕອນທ້າຍ ທ່ານ ພັນຄຳ ວິພາວັນ ຍັງໄດ້ເນັ້ນໃຫ້ສື່ມວນຊົນ ຢຶດໝັ້ນຈັນຍາບັນຂອງສື່ ໃຫ້ນັບຖືຄວາມຈິງ, ສ່ອງແສງໃຫ້ເຫັນຄວາມເປັນຈິງຂອງພັກ-ລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຕາມແນວທາງນະໂຍບາຍອັນຖືກຕ້ອງ ນໍາເອົາຄໍາຄິດຄໍາເຫັນຂອງປະຊາຊົນ ທີ່ມີລັກສະນະສ້າງສັນຕາມຫຼັກການຄວາມເປັນຈິງ ກໍຄືມີການຕຳນິສ່ອງແສງ ພ້ອມທັງມີວິທີການແກ້ໄຂ ເພື່ອສະເໜີຕໍ່ພັກ-ລັດຖະບານ ເພື່ອຫາທິດທາງແກ້ໄຂບາງບັນຫາທີ່ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ພ້ອມກັນນັ້ນ, ສື່ມວນຊົນ ກໍ່ຍັງເປັນຂົວຕໍ່ ລະຫວ່າງ ປະຊາຊົນກັບປະຊາຊົນ ໃຫ້ໄດ້ຮັບຮູ້ສະພາບຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ.

About admins16