ເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ວຽກງານຢູ່ດ່ານຊາຍແດນສາກົນນ້ຳພາວ

ເພື່ອເປັນລົງຊຸກຍູ້ວຽກງານ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ໃນວັນທີ 27 ພະຈິກ 2023 ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍສະພາປະຊາຊົນແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຢູ່ດ່ານຊາຍແດນສາກົນນ້ໍາພາວ.

ທ່ານ ພັທ ຄຳຜັນ ບຸນມີໄຊ ເລຂາຄະນະພັກຮາກຖານ, ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນນໍ້າພາວ ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມ, ວຽກງານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ວຽກງານອື່ນໆ, ໃນໄລຍະ 9 ເດືອນຜ່ານມາ ໄດ້ແຈ້ງເອກະສານຄົນເຂົ້າ – ອອກ ປະເທດ ທັງໝົດ 1 ແສນ 60 ພັນກວ່າຄົນ, ແຈ້ງພາຫະນະເຂົາ – ອອກ ທັງໝົດ 50 ພັນກວ່າຄັນ, ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 124 ຕື້ກວ່າກີບ ເທົ່າກັບ 44 ກວ່າສ່ວນຮ້ອຍ ຂອງແຜນການປີ ໃນນັ້ນລາຍຮັບຈາກພາສີ 29 ຕື້ກວ່າກີບ ແລະ ລາຍຮັບຈາກອາກອນ 95 ຕື້ກວ່າກີບ. ພ້ອມນັ້ນທ່ານ ຍັງໄດ້ລາຍງານບາງວຽກງານທີ່ຍັງຄົງຄ້າງ ແລະ ທິດທາງແຜນການໃນການຈັດຕັັ້ງປະຕິບັດໃນຕໍ່ໜ້າ.

ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ ຍັງໄດ້ໃຫ້ກ້ຽດໂອລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ, ຄະນະຄຸ້ມຄອງດ່ານຊາຍແດນສາກົນນໍ້າພາວ, ໂດຍທ່ານໄດ້ເນັ້ນໃຫ້ຄະນະພັກ, ຄະນະຄຸ້ມຄອງ ຕະຫຼອດຮອດພະນັກງານ – ລັດຖະກອນ ດ່ານຊາຍແດນສາກົນນໍ້າພາວ ຈົ່ງໄດ້ເອົາໃຈໃສ່ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ຮັກສາໄດ້ຈັນຍາບັນ ຂອງພະນັກງານ – ລັດຖະກອນ, ປະຕິບັດໜ້າທີ່ວຽກງານ ດ້ວຍຄວາມວອງໄວ, ໂປ່ງໃສ ແລະ ທັນເວລາ, ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢ່າງແຂງແຮງ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ໝົດໄປ, ຫັນນໍາໃຊ້ເຕັກນິກທີ່ທັນສະໄໝ ເພື່ອສ້າງຄວາມສະດວກ ແລະ ດືງດູດ ໃຫ້ມີຜູ້ເຂົ້າມາໃຊ້ບໍລິການ ໃຫ້ຫຼາຍຂຶ້ນ ແນໃສ່ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານ ໄດ້ຕາມແຜນການທີ່ວາງໄວ້ ທັ້ງນີ້ກໍ່ເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ ຂອງແຂວງບໍລິຄຳໄຊ ກໍ່ຄືຂອງປະເທດ. ພ້ອມນັ້ນ ທ່ານເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ກໍ່ຍັງໄດ້ໄປຕິດຕາມເບີ່ງ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງດ່ານຊາຍແດນສາກົນນ້ຳພາວ ເຊິ່ງໄດ້ເລີ່ມກໍ່ສ້າງແຕ່ທ້າຍເດືອນມິຖຸນາ, ມູນຄ່າການກໍ່ສ້າງ 4 ຕື້ກວ່າກີບ, ປັດຈຸບັນ ສໍາເລັດແລ້ວ 82 ກວ່າສ່ວນຮ້ອຍ.

About admins14