ພິທີມອບແນວພັນເຂົ້າທີ່ທົນທານຕໍ່ສະພາບອາກາດໃຫ້ ເມືອງຄູນຄຳ ແຂວງຄໍາມ່ວນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ

ເພື່ອແນ່ໃສການຄໍ້າປະກັນທາງດ້ານສະບຽງອາຫານ ໃຫ້ໝັ້ນຄົງ, ພຽງພໍຕໍ່ການບໍລິໂພກພາຍໃນ ແລະ ການເປັນສິນຄ້າສົ່ງອອກ ໃນວັນທີ 28 ພະຈິກ 2023 ຢູ່ຫ້ອງວ່າການເມືອງຄູນຄຳ ແຂວງຄໍາມ່ວນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາແນວພັນເຂົ້າ ຈໍານວນ 30 ໂຕນ ມາມອບໃຫ້ເມືອງຄູນຄຳ ແຂວງຄໍາມ່ວນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ກຽດມອບໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ຕາງໜ້າການນໍາແຂວງບໍລິຄຳໄຊ ໃຫ້ກຽດຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ຕາງໜ້າການນໍາແຂວງຄໍາມ່ວນ ໃຫ້ກຽດຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໂດຍຊ້ອງໜ້າ ທ່ານ ອໍຮັນ ອິກຊິກ ເອກອັກຄະລັດຖະທູດ ແຫ່ງປະເທດ ຕວັກກີ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງ, ກົມ, ພະແນກການ, ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ຈາກແຂວງຄໍາມ່ວນ ແລະ ແຂວງບໍລິຄໍາໄຊ ເຂົ້າຮ່ວມເປັນສັກຂີພິຍານ.

ແນວພັນເຂົ້າທີ່ນຳມາມອບໃນຄັ້ງນີ້ ມີຈໍານວນ 30 ໂຕນ, ໃນນັ້ນມອບໃຫ້ ເມືອງຄູນຄໍາ ແຂວງຄໍາມ່ວນ 20 ໂຕນ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຈໍານວນ 10 ໂຕນ, ມີທັງໝົດ 7 ແນວພັນ, ໃນນັ້ນ ແນວພັນທີ່ນໍາໃຊ້ເປັນແນວພັນການຄ້າແລ້ວ ມີ 3 ແນວພັນ ທີ່ ສປປ ລາວ ໄດ້ສົ່ງອອກໄປຂາຍຕ່າງປະເທດ, ນອກຈາກນີ້ ຍັງມີແນວພັນທີ່ປັບປຸງຂຶ້ນມາໃໝ່ ຈໍານວນ 4 ແນວພັນ ເຊິ່ງເປັນແນວພັນທີ່ມີຄວາມຫອມ, ທົນທານຕໍ່ກັບນໍ້າຖ້ວມ, ທົນທານຕໍ່ກັບພະຍາດຂອບໃບແຫ້ງ, ພະຍາດໃບໄໝ້ ແລະ ພະຍາດຄໍຮວງເໜົ່າ ສຳລັບແນວພັນເຂົ້າທີ່ນໍາມາມອບໃນຄັ້ງນີ້ ສາມາດໃຫ້ຜົນລະລິດແຕ່ 4-6 ໂຕນ ຕໍ່ ເຮັກຕາ. ໂຄງການສ້າງໂອກາດໃຫ້ຊາວນາໄດ້ເຂົ້າເຖິງແນວພັນເຂົ້າ ທີ່ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຮອງຮັບການປ່ຽນແປງຂອງສະພາບແວດລ້ອມ, ສະພາບດີນຟ້າອາກາດ ໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການອົງການຮ່ວມມື ແລະ ປະສານງານ ຂອງປະເທດຕັວກກີ ຫຼື ຕິກາ ຜ່ານທາງສະຖານທູດ ປະເທດ ຕວັກກີ ປະຈໍາ ສປປລາວ.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ຢັ້ງຢືນຕໍ່ຜົນງານຄວາມດີ ໃນການປະກອບສ່ວນແນວພັນເຂົ້າຄັ້ງນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ຍັງໄດ້ມອບໃບຍ້ອງຍໍຂອງ 2 ແຂວງໃຫ້ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ກຽດຮັບໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ສະຖານທູດ ປະເທດ ຕວັກກີ ປະຈໍາ ສປປລາວ ໃຫ້ກຽດຮັບໂດຍ ທ່ານ ອໍຮັນ ອິກຊິກ ເອກອັກຄະລັດຖະທູດ ແຫ່ງປະເທດ ຕວັກກີ ປະຈໍາ ສປປ ລາວ.

About admins14