ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ລົງເຄື່ອນໄຫວເຮັດວຽກ ຮ່ວມກັບພະນັກງານຫຼັກແຫຼ່ງເມືອງຄຳເກີດ

ໃນວັນທີ 27 ພະຈິກ 2023 ຢູ່ຫ້ອງວ່າການເມືອງຄໍາເກີດ ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງເຄື່ອນໄຫວ ພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຄໍາເກີດ ມີຄະນະພັກ, ຄະນະນໍາຂອງເມືອງ, ພະນັກງານກໍ່ສ້າງຮາກຖານການເມືອງ ຂອງແຂວງ, ຂອງເມືອງ ແລະ ພະນັກງານຫຼັກແຫຼ່່ງຂອງເມືອງ ເຂົ້າຮ່ວມ.

ທ່ານ ເພັດສະໃໝ ໄຊຍະທິຈັກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ ໄດ້ລາຍງານຫຍໍ້ ສະພາບລວມການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານ ເປັນຕົ້ນແມ່ນວຽກງານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ – ສັງຄົມ ແລະ ວຽກງານອື່ນໆ, ເມືອງຄໍາເກີດ ມີ 62 ບ້ານ, 12 ພັນກວ່າຄອບຄົວ, ມີພົນລະເມືອງ 77 ພັນກວ່າຄົນ, ບ້ານພັດທະນາ 45 ບ້ານ, ຄອບຄົວພັດທະນາ 9 ພັນກວ່າຄອບຄົວ, ຄອບຄົວພົ້ນທຸກ ກວມເອົາ 96 ກວ່າສ່ວນຮ້ອຍ, ປະຊາຊົນ ແມ່ນຖືເອົາການຜະລິດກະສິກໍາເປັນຫຼັກ. ຈາກນັ້ນ ຍັງໄດ້ຮັບຟັງການລາຍງານ ການເຄື່ອນໄຫວວຽກງານການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງ ຈາກທ່ານ ກີ່ ຊົງລ່າຫວ່າງ ຮອງເລຂາຄະນະບໍລິຫານງານພັກເມືອງຄໍາເກີດ, ພ້ອມນັ້ນກໍ່ໄດ້ມີການສະເໜີປະກອບຄໍາຄິດເຫັນ ສົນທະນາແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານ ຕື່ມອີກ.

ໃນຕອນທ້າຍ ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ໄດ້ຕີລາຄາສູງ ຍ້ອງຍໍຊົມເຊີຍຜົນສຳເລັດທີ່ເມືອງຄໍາເກີດ ຍາດມາໄດ້ ແລະ ທ່ານຍັງໄດ້ໂອ້ລົມ ໃຫ້ທິດຊີ້ນຳຈໍານວນໜຶ່ງ ໂດຍສະເພາະແມ່ນ ການສ້າງແບບແຜນການນຳພາຂອງຄະນະພັກ, ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກງານ ແລະ ພໍ່ແມ່ປະຊົນບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານຂອງພັກ ໃຫ້ທຸກຄົນມີສ່ວນຮ່ວມ, ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ແຂງແຮງ ເຮັດໃຫ້ຂໍ້ຄົງຄ້າງຕ່າງໆ ຖືກແກ້ໄຂຢ່າງຂາດໂຕ ເພື່ອປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນ, ແກ້ໄຂຄອບຄົວທຸກຍາກ ໃຫ້ຫຼຸດພົນອອກຈາກຄວາມທຸກຍາກ ໄດ້ທັງປະລິມານ ແລະ ຄຸນນະພາບ, ກຽມຄວາມພ້ອມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີເນື້ອໃນຄົບຖວນສົມບູນ, ການຄັດເລືອກບຸກຄະລາກອນ ໃຫ້ມີຄຸນນະພາບ ແລະ ໄດ້ຮັບປະສິດທິຜົນ ຕາມຄາດໝາຍທີ່ວາງໄວ້ ແລະ ວຽກງານອື່ນໆ.

ເພື່ອເປັນການຊຸກຍູ້ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ໄດ້ຮັບການພັດທະນາ ແລະ ຍົກລະດັບໃຫ້ດີຂຶ້ນ ໂອກາດດຽວກັນນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ນໍາເງິນສົດ ຈໍານວນ 946 ລ້ານກວ່າກີບ ມາມອບໃຫ້ເມືອງຄໍາເກີດ ຮັບໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ມີການນໍາຂອງແຂວງ, ຂອງເມືອງ ແລະ ພາກສ່ວນກ່ຽວຂອງ ເຂົ້າຮ່ວມເປັນສັກຂີພິຍານ. ພ້ອມນັ້ນ ທ່ານເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ຍັງໄດ້ນໍາເຄື່ອງອຸປະໂພກ – ບໍລິໂພກ ຈໍານວນໜຶ່ງ ມາໃຫ້ພະນັກງານກໍ່ສ້າງຮາກຖານການເມືອງຂອງແຂວງ ປະຈໍາເມືອງຄຳເກີດ ຕື່ມອີກ.

ແລະ ເມືອງຄໍາເກີດ ຍັງໄດ້ມອບເງິນສົດ ຈໍານວນ 100 ລ້ານກີບ ເພື່ອເປັນການປະກອບສ່ວນ ໃນການສ້າງຫໍຫຼັກເມືອງຂອງແຂວງບໍລິຄຳໄຊ ມອບໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ແລະ ໃຫ້ກຽດຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ.

About admins14