ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ຕ້ອນຮັບປະທານສານປະຊາຊົນສູງສຸດ

ໃນຕອນບ່າຍຂອງວັນທີ 15 ກຸມພາ 2022 ຢູ່ຫ້ອງຮັບຮອງຂອງແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ເຈົ້າແຂວງ ກໍ່ໄດ້ລາຍງານຫຍໍ້ກ່ຽວກັບແຂວງບໍລິຄຳໄຊ ເປັນຕົ້ນວຽກງານດ້ານເສດຖະກິດຂອງແຂວງ, ວຽກງານດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການປັບປຸງອຳນາດການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການແກ້ໄຂບັນຫາ 4 ເຖື່ອນ, ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມທຸກຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄຳໄຊ ໂດຍຕ້ອງສຸມໃສ່ 3 ຫຼັກການຕົ້ນຕໍ ທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດ ເປັນຕົ້ນ:  ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ແຕ່ໃນທາງປະຕິບັດຕ້ອງຢຶດໝັ້ນ 3 ມາດຕະການຕົ້ນຕໍຄື ມາດຕະການສຶກສາອົບຮົມ, ມາດຕະການບໍລິຫານ ແລະ ມາດຕະການທາງດ້ານກົດໝາຍ.

          ຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ຂອງທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກໍ່ເພື່ອເປັນການຢື້ຢາມຖາມຂ່າວ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະນັກງານ ຕາມສາຍຕັ້ງຂອງຕົນ ທັງເປັນການສ້າງໄມຕີຈິດມິດສະຫາຍ ໃນລະບົບສານປະຊາຊົນ ແຕ່ຂັ້ນສູນກາງ ລົງຮອດທ້ອງຖີ່ນ.

About admins16