ຄຳເກີດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ຕອນເຊົ້າຂອງວັນທີ 15 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານສາມສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ – ພັດທະນາ ປະຈໍາປີ 2021 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຂອງແຂວງ,  ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ, ມີຕາງໜ້າພະແນກການທີ່ກ່ຽວຂ້ອງຈາກແຂວງ ແລະ ກອງກໍ່ສ້າງຮາກຖານຂອງເມືອງ, ເລຂາຄະນະພັກຮາກຖານ, ເລຂາພັກບ້ານ, ຕາງໜ້າຫ້ອງການອ້ອມຂ້າງພາຍໃນເມືອງ ເຂົ້າຮ່ວມ.

ເມືອງຄໍາເກີດມີ 8 ເຂດ, ປະກອບມີ 62 ບ້ານ, ມີ 14.695 ຄອບຄົວ, ມີພົນລະເມືອງທັງຫມົດ 75.547 ຄົນ, ຍິງ 37.378 ຄົນ, ໄດ້ຮັບນາມມະຍົດປະກາດເປັນເມືອງພົ້ນທຸກ ແລະ ເມືອງຈົບຊັ້ນປະຖົມບໍາລຸງ ປີ 2013, ເມືອງສະຫະພັນແມ່ຍິງ 3 ດີ ແລະ ເມືອງ 2 ດີ 5 ເປັນເຈົ້າ ປີ 2015, ເມືອງຊາວຫນຸ່ມ 4 ບຸກ ແລະ ເມືອງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ ປີ 2017, ເມືອງສາທາລະນະສຸກແບບຢ່າງ ແລະ ເມືອງຢຸດຕິການຖ່າຍຊະຊາຍ ປີ 2018 ແລະ ເມືອງສາມັກຄີປອງດອງ ປີ 2020.

ໃນໄລຍະຜ່ານມາ ແຕ່ລະບ້ານແມ່ນມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກ – ລັດ, ມີຄວາມອຸ່ນອຽນທຸ່ນທ່ຽງສຸມໃສ່ພັດທະນາເສດຖະກິດຄອບຄົວຂອງຕົນ ເປັນຕົ້ນແມ່ນການປູກພືດເປັນສິນຄ້າ ແລະ ການເກັບກ່ຽວເຂົ້ານາປີ ສໍາເລັດທັນກັບລະດູການ.

ວຽກງານກໍ່ສ້າງຮາກຖານການເມືອງ ໄດ້ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກພັກ – ພະນັກງານ ແລະ ປະຊາຊົນບັນດາເຜົ່າ ດ້ວຍການນຳເອົາເອກະສານຕ່າງໆ ລົງຜັນຂະຫຍາຍ, ເຜີຍແຜ່ໃຫ້ຄະນະພັກ – ອົງການປົກຄອງບ້ານ ແລະ ປະຊາຊົນ ບັນດາເຜົ່າ ຢ່າງກວ້າງຂວາງ ເປັນຕົ້ນແມ່ນ ແຜນວຽກຈຸດສູມວຽກງານກໍ່ສ້າງຮາກຖານການເມືອງ, ເອກະສານກ່ຽວກັບການເພີ່ມທະວີສະກັດກັ້ນການລັກລອບຖາງປ່າຊະຊາຍ, ການນໍາໃຊ້ຈັກສະຕີ່ນ ແລະ ເຄື່ອງມືລ່າສັດທີ່ຫວງຫ້າມ.

ກອງປະຊຸມ ໄດ້ມອບໃບຍ້ອງຍໍຈໍານວນ 30 ໃບ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2021 ໃຫ້ກຽດມອບໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ.

 

About admin11