ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະເຂົ້າວາງພວງມາລາ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ໃນຕອນບ່າຍຂອງວັນທີ 5 ພຶດສະພາ 2021 ຢູ່ຫໍບູຊາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເພື່ອຈະໄດ້ຈັດສົ່ງກັບຄືນປະເທດ.

ຈາກນັ້ນ ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ສ.ປ.ປ ລາວ ແລະ ແຂວງຮ່າຕິ້ງ ສ.ສ ຫວຽດນາມ ໄດ້ຈັດພິທີມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຝ່າຍແຂວງບໍລິຄຳໄຊ ນຳໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ, ແຂວງຮ່າຕິ້ງນຳໂດຍສະຫາຍ ພັທ ຮ່າດຶກຮຸ່ງ ຫົວໜ້າໜ່ວຍງານປະຕິບັດງານພິເສດແຂວງຮ່າຕິ້ງ.

ໂດຍປະຕິບັດຕາມເນື້ອໃນຈິດໃຈການຊີ້ນຳຂອງສອງພັກ-ສອງລັດຖະບານ ແລະ ຄະນະປະຕິບັດງານພິເສດຂອງສອງປະເທດລາວ-ຫວຽດນາມ ໂດຍສະເພາະແຂວງບໍລິຄຳໄຊ-ຮ່າຕິ້ງ ກ່ຽວກັບວຽກງານການຊອກຫາ, ຂຸດຄົ້ນ, ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ກັບຄືນປະເທດ ໃນສົກປີ 2021 ນີ້ ເຊິ່ງທັງສອງຝ່າຍ ແມ່ນເຕັມໄປດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ສາມາດສຳຫຼວດ ແລະ ຂຸດຄົ້ນໄດ້ຈຳນວນ 8 ອັດຖິ, ໃນຈຳຈວນດັ່ງກ່າວ ຂຸດຄົ້ນໄດ້ຢູ່ເມືອງບໍລິຄັນ 5 ອັດຖິ, ເມືອງວຽງທອງ 2 ອັດຖິ ແລະ ເມືອງຄຳເກີດ 1 ອັດຖິ.

ສຳລັບທິດທາງແຜນການໃນຕໍ່ໜ້າ ຄະນະປົກຄອງຂອງສອງແຂວງບໍລິຄຳໄຊ-ຮ່າຕິ້ງ ໄດ້ວາງຄາດໝາຍສືບຕໍ່ຂຸດຄົ້ນຕາມແຫຼ່ງຂໍ້ມູນເກົ່າທີ່ມີຢູ່ ແລະ ຂໍ້ມູນໃໝ່ທີ່ເກັບກຳໄດ້ເພີ່ມຕື່ມ ໃຫ້ໄດ້ 10 ອັດຖິ ໃນນັ້ນ ເປົ້າໝາຍຈຸດສຸມຢູ່ເມືອງວຽງທອງ 5 ຂໍ້ມູນນ ເມືອງບໍລິຄັນ 3 ຂໍ້ມູນ ແລະ ເມືອງປາກກະດິງ 2 ຂໍ້ມູນ.

ພ້ອມນີ້ ທັງສອງຝ່າຍໄດ້ເຊັນບົດບັນທຶກມອບ-ຮັບ ຢ່າງເປັນທາງການ ເພື່ອຈະໄດ້ຈັດສົ່ງກັບຄືນປະເທດ ຕາງໜ້າແຂວງບໍລິຄຳໄຊເຊັນໂດຍທ່ານ ພົວ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງຫົວໜ້າຜູ້ປະຈຳການຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ຕາງໜ້າແຂວງຮ່າຕິ້ງ ເຊັນໂດຍທ່ານ ພັທ ຮ່າດຶກຮຸ່ງ ຫົວໜ້າໜ່ວຍງານປະຕິບັດງານພິເສດແຂວງຮ່າຕິ້ງ ຊ້ອງໜ້າໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຕອນທ້າຍຂອງພິທີ ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ຈຳນວນ 10 ທ່ານ ແລະ ໃບຍ້ອງຍໍຂອງກອງບັນຊາການທະຫານແຂວງບໍລິຄໍາໄຊ ຈໍານວນ 20 ສະຫາຍ ໃຫ້ພະນັກງານ-ນັກຮົບແຂວງຮ່າຕິ້ງ ສສ ຫວຽດນາມ ໃນໜ່ວຍງານຂຸດຄົ້ນອັດຖິປະຈຳແຂວງບໍລິຄຳໄຊ ທີ່ມີຜົນງານດີເດັ່ນໃນການຊອກຫາ ແລະ ຂຸດຄົ້ນອັດຖິປະຈຳແຂວງບໍລິຄຳໄຊ.

About admins16