ຜູ້ຕິດເຊື້ອພະຍາດໂຄວິດ 19 ກໍລະລະນີ 58 ໄດ້ປີ່ນປົວດີແລ້ວ

ໃນວັນທີ 5 ພຶດສະພາ 2021 ຢູ່ທີ່ສູນປິ່ນປົວພະຍາດໂຄວິດ 19 ຫຼັກ 6 ຂອງແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ໄປຊົມເຊີຍທີມງານແພດ ໂຮງໝໍແຂວງບໍລິຄຳໄຊ ທີ່ເຮັດໜ້າທີ່ປິ່ນປົວຄົນເຈັບ ທີ່ຕິດເຊື້ອພະຍາດໂຄວິດ 19 ດີແລ້ວ 1 ຄົນ ຄື: ຜູ້ຕິດເຊື້ອກໍລະນີທີ່ 58 ນາງ ນ້ອຍ ຈັນທະວົງ ອາຍຸ 25 ປີ ປະຊາຊົນຢູ່ບ້ານໂພນມຸງຄຸນ ເມືອງບໍລິຄັນ.

ສໍາລັບຜູ້ຕິດເຊື້ອກໍລະນີດັ່ງກ່າວ ແມ່ນໄດ້ເຂົ້າຮັບການປິ່ນປົວມາແຕ່ວັນທີ 17 ເມສາຜ່ານມາ ລວມເປັນເວລາ 10 ກວ່າວັນ, ເຊິ່ງຖືວ່າປັດຈຸບັນຜູ້ຕິດເຊື້ອໂຄວິດ 19 ທີ່ກໍາລັງປິ່ນປົວຢູ່ສູນປີ່ນປົວຊົ່ວຄາວ ຫຼັກ6 ແມ່ນຍັງເຫຼືອ 2 ຄົນ.

ໂອກາດນີ້ ທ່ານເຈົ້າແຂວງບໍລິຄຳໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທີມງານແພດໝໍ ທີ່ໄດ້ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ຈົນຫາຍດີ ແລະ ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ທີ່ກໍາລັງປິ່ນປົວຢູ່ນັ້ນໃຫ້ຫາຍດີຄືເຊັ່ນກັນ, ສໍາລັບຜູ້ຕິດເຊື້ອກໍລະນີ 58 ທີ່ໄດ້ອອກໂຮງໝໍໃນຄັ້ງນີ້ ແມ່ນຍັງຈະໄດ້ສຶບຕໍ່ກັກກັນບໍລິເວນຢູ່ເຮືອນຕົນເອງຕື່ມອີກ 14 ວັນ.

About admins16