ຊາວເມືອງປາກຊັນ ຮ່ວມໃຈມອບເຄື່ອງຊ່ວຍເຫຼືອແກ່ສູນກັກກັນພະຍາດໂຄວິດ 19

ໃນຕອນເຊົ້າວັນທີ 5 ພຶດສະພາ 2021 ຢູ່ໂຮງຮຽນປະຖົມ ໄຊມຸງຄຸນ ສູນກັກກັນ ພະຍາດໂກວິດ 19 ເມືອງປາກຊັນ ພະນັກງານພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ, ຄອບຄົວຫົວໜ່ວຍທຸລະກິດ ບໍລິການຄ້າຂາຍ ແລະ ຄອບຄົວການນຳ, ພະນັກງານລັດຖະກອນ ຈຳນວນໜຶ່ງ ພາຍໃນເມືອງປາກຊັນ ໄດ້ນຳເອົາວັດຖຸສິ່ງຂອງຮັບໃຊ້ຄອບຄົວປະຈຳວັນ ນຳໄປມອບໃຫ້ແກ່ພະນັກງານແພດ-ໝໍ, ເຈົ້າໜ້າທີ່ ປກຊ, ປກສ ຢູ່ຕາມສູນກັກກັນ ແລະ ການຈັດຕັ້ງບ້ານ ທີ່ປະຕິບັດໜ້າທີ່ວຽກງານ ໃນການຕ້ານ, ຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ 19 ຈຸດຕ່າງໆ ພາຍໃນເມືອງ. ຕາງໜ້າກ່າວມອບໂດຍທ່ານ ນາງ ຈິນດາວົງ ເຮືອງຊົມພູ ຫົວໜ້າຫ້ອງວ່າການປົກຄອງເມືອງປາກຊັນ, ຕາງໜ້າຮັບໂດຍ ທ່ານ ໄກສອນ ແພງພັນ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຄະນະສະເພາະກິດ ເມືອງປາກຊັນ

ສຳລັບວັດຖຸສິ່ງຂອງຕ່າງໆທີ່ນຳມາມອບໃນຄັ້ງນີ້ ປະກອບມີ ນໍ້າດື່ມຕຸກໃຫຍ່ ຈຳນວນ 40 ແກັດ, ນໍ້າດື່ມຕຸກນ້ອຍ ຈຳນວນ 47 ແກັດ, ໝີ່ແຫ້ງ-ເຂົ້າໜົມສຳເລັດຮູບ ຈຳນວນ 28 ແກັດ, ເຄື່ອງດື່ມ ແລະ ນໍ້າອັດລົມ ຈຳນວນ 6 ແກັດ, ກາເຟ-ໂອວັນຕິນ ຈຳນວນ 16 ຖົງ, ຜ້າອັດປາກ 2 ກັບ ລວມມູນຄ່າທັງໝົດ 6.880.000 ກີບ.

ເຄື່ອງຈຳນວນນີ້ ທາງຄະນະສະເພາະກິດ ສະກັດກັ້ນ, ປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 ເມືອງປາກຊັນ ຈະໄດ້ຈັດແບ່ງໄປ ແລ້ວນຳໄປມອບໃຫ້ແກ່ແພດ ແລະ ເຈົ້າໜ້າທີ່ ທີ່ປະຕິບັດວຽງານຢູ່ຕາມຈຸດຕ່າງໆ ພາຍໃນເມືອງ ຢ່າງທົ່ວເຖິງ.

ສຳລັບວັດຖຸສິ່ງຂອງທີ່ຄະນະສະເພາະກິດເມືອງປາກຊັນໄດ້ຮັບ ນັບວ່າເປັນນໍ້າໃຈຂອງພະນັກງານ ແລະ ນັກທຸລະກິດ ຊາວເມືອງປາກຊັນ ທີ່ໄດ້ຕັ້ງໜ້າປະກອບສ່ວນ ຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈ ຕໍ່ການປະຕິບັດໜ້າທີ່ວຽກງານ ຂອງແພດ ແລະ ເຈົ້າໜ້າທີ່ໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19.

About admins16