ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າຢ້ຽມຢາມ ຂອງຫົວໜ້າອົງການຮ່ວມມືສາກົນປະເທດຍີ່ປຸ່ນ ປະຈຳ ສປປ ລາວ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ນາກາເຊະ ໂຕຊີໂອະ ຫົວໜ້າອົງການຮ່ວມມືສາກົນປະເທດຍີ່ປຸ່ນ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ຕິດຕາມໂຄງການຕ່າງໆ ຂອງອົງການ JICA ຢູ່ແຂວງບໍລິຄຳໄຊ.

ນັບແຕ່ປີ 2015 ຈົນເຖິງ ປີ 2019 ທົ່ວແຂວງມີທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ຈາກ ອົງການ JICA ຈຳນວນ 3 ໂຄງການ ລວມມູນຄ່າທັງໝົດ 9.137.805 ໂດລາສະຫະລັດ, ໃນນັ້ນ ທຶນສົມທົບພາຍ ໃນ 1.908.178 ໂດລາສະຫະລັດ ເປັນໂຄງການໃນຂົງເຂດໂຍທາທິການ ແລະ ຂົນສົ່ງ 100% ຊຶ່ງປະກອບ ມີ: ໂຄງການຂະຫຍາຍເພີ່ມກຳລັງການຜະລິດນໍ້າປະປາເທດສະບານເມືອງປາກຊັນ ( 2015 – 2020 ) ມູນຄ່າ ລວມຂອງໂຄງການ 1.639.138 ໂດລາສະຫະລັດ ທຶນພາຍໃນ 820.617 ໂດລາສະຫະລັດ, ໂຄງການ ກໍ່ສ້າງນໍ້າປະປາ ແລະ ສຸຂະພິບານ ເມືອງປາກຊັນ ( ເງິນສົມທົບຂອງແຂວງ 10% ປັບປຸງການຄຸ້ມຄອງນໍ້າສູນເສຍ ແລະ ຂະຫຍາຍລະບົບນໍ້າປະປາ ) ໄລຍະປະຕິບັດປີ 2018 ມູນຄ່າລວມຂອງໂຄງການ 7.352,837 ໂດລາສະຫະລັດ ແລະ ໂຄງການ ກໍ່ສ້າງນໍ້າປະປາຂະໜາດນ້ອຍ ບ້ານເວີນທາດ ເມືອງທ່າພະບາດ ໄລຍະປະຕິບັດ 2018 ມູນຄ່າ 145.839 ໂດລາສະຫະລັດ.

ການຮ່ວມມືຈາກປະເທດຍີ່ປຸ່ນ ( ທີ່ຕັ້ງໂຄງການຢູ່ແຂວງຂັ້ນສູນກາງຄຸ້ມຄອງ ) ໂຄງການພັດທະນາຕາຂ່າຍໄຟຟ້າພະລັງງານນໍ້າ 3 ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ (Mekong power network Development project) ມູນຄ່າລວມ 3,32 ຕື້ເຢນ ຫຼື 275,7ຕື້ກີບ. ໂຄງການໄດ້ ປະຕິບັດໃນປີ 2005 ໂດຍອົງການ Jica ເປັນທຶນກູ້ຢືມ, ກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ໂດຍ JBIC ມູນຄ່າ 42,6 ຕື້ກີບ ໄລຍະຈັດຕັ້ງປະຕິບັດ 2014 – 2019.

 

 

About admins16