ປກສ ແຂວງ ສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ໄລຍະປີ 2021 -2025.

ກອງປະຊຸມ ສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄລຍະປີ 2021 -2025  ໄດ້ດໍາເນີນໄປເປັນເວລາ 02 ວັນເລີ່ມແຕ່ ວັນທີ 25-26 ມັງກອນ 2022 ນີ້ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດ ແຂວງ,  ທ່ານ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຮັບຜິດຊອບຊຸກຍູ້ກອງປະຊຸມຂັ້ນແຂວງ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະຫ້ອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4,  ຫົວໜ້າກອງບັນຊາການ ປກສ 07 ຕົວເມືອງ, ພະນັກງານຂັ້ນນໍາພາ-ບັນຊາ ທົ່ວ ປກສ ແຂວງ ເຂົ້າຮ່ວມ.

          ທ່ານປະທານກໍ່ໄດ້ຜ່ານມະຕິກົມການເມືອງສູນກາງພັກ ເລກທີ 32/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 38/ຄພປກສ, ລົງວັນທີ 02 ພະຈິກ 2018 ວ່າດ້ວຍມາດຖານພະນັກງານ ນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ, ເຊີ່ງໄດ້ຍົກໃຫ້ເຫັນມາດຖານຂອງຜູ້ທີ່ຈະມາເປັນພະນັກງານນໍາພາ-ຄຸ້ມຄອງ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີຫຼັກໝັ້ນ, ຈໍາແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດຂໍ້ກໍານົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ມີຄວາມເປັນເອກະພາບພາຍໃນ, ມີຄວາມສາມັກຄີ, ມີປະຫວັດຕົ້ນກໍາເນີດຈະແຈ້ງ ແລະ ມີປະຫວັດການເຄື່ອນໄຫວທີ່ດີ, ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ສຸມສະຕິກໍາລັງຂອງຕົນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ດ້ວຍຄວາມບໍລິສຸດໃຈ, ມີຄວາມຮູ້ພື້ນຖານກ່ຽວກັບທິດສະດີມາກ-ເລນີນ, ແນວຄິດຂອງປະທານໄກສອນພົມວິຫານ, ກໍາແໜ້ນໄດ້ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມີລະດັບວິຊາສະເພາະໃດໜື່ງທີ່ແນ່ນອນ, ຮູ້ພາສາຕ່າງປະເທດ ໃນລະດັບໃນໜື່ງທີ່ແນ່ນອນ, ມີຄວາມຮູ້ທາງດ້ານກົດໝາຍ, ມີຜົນງານດີເດັ່ນໂດຍຜ່ານພຶດຕິກໍາຕົວຈິງໃນການເຮັດວຽກງານປ້ອງກັນຄວາມສະຫງົບ, ມີແບບແຜນນໍາພາ ແລະ ວິທີເຮັດວຽກ ທີ່ທັນສະໄໝ, ຢຶດຖືຫຼັກການລວມສູນປະຊາທິປະໄຕ, ປະຕິບັດລະບອບຫົວໜ້າດຽວ, ປືກສາຫາລືຕົກລົງເປັນໝູ່ຄະນະ, ສຽງສ່ວນໜ້ອຍຂື້ນກັບສຽງສ່ວນຫຼາຍ, ມີສຸຂະພາບແຂງແຮງ, ສາມາດປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້, ພ້ອມນັ້ນ ຍັງໄດ້ຍົກໃຫ້ເຫັນມາດຖານ ສໍາລັບຜູ້ທີ່ຈະມາເປັນເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາ,  ຄະນະພັກ-ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ, ກອງບັນຊາການ ປກສ ເມືອງ, ຄະນະພະແນກ ແລະ ພະນັກງານຂັ້ນນໍາພາບັນຊາ ຂັ້ນຕ່າງໆ ຕື່ມອິກ.

ຫຼັງຈາກນັ້ນ ຄະນະພັກ-ຄະນະກອງບັນຊາການ, ພະນັກງານນໍາພາ-ບັນຊາ , ພະນັກງານ-ນັກຮົບ ກໍ່ໄດ້ພ້ອມກັນປ່ອນບັດທາບທາມ, ພາຍຫຼັງສໍາເລັດການປ່ອນບັດ, ຄະນະຮັບຜິດຊອບຈະໄດ້ສັງລວມຄືນ ວ່າຜູ້ໃດທີ່ມີມາດຖານເງື່ອນໄຂຄົບຖ້ວນ, ທີ່ຈະກໍານົດເປັນພະນັກງານນໍາພາ-ຄຸ້ມຄອງ,  ສໍາລັບການທາບທາມ ບຸກຄະລາກອນ ເພື່ອສ້າງແຜນກໍານົດພະນັກງານນໍາພາ-ບັນຊາ  ຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄລຍະປີ 2021 -2025  ແມ່ນໄດ້ນໍາເນີນໄປເວລາ 02 ວັນ ແລະ ການປ່ອນບັດທາບທາມເພື່ອຄັດເລືອກເອົາພະນັກງານນໍາພາ-ຄຸ້ມຄອງ ແມ່ນໄດ້ແບ່ງອອກເປັນ 03 ຮອບ ຈື່ງສໍາເລັດ, ພາຍຫຼັງສໍາເລັດການທາບທາມ ຄະນະຮັບຜິດຊອບກໍ່ຈະເກັບກໍາສະຖິຕິ ແລະ ສັງລວມຄືນ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຜູ້ທີ່ຢູ່ໃນເປົ້າໝາຍທີ່ຈະສ້າງເປັນພະນັກງານນໍາພາ-ຄຸ້ມຄອງ ເພື່ອສະເໜີໃຫ້ຂັ້ນເທິງຄົ້ນຄວ້າ ແລະ ຮັບຮອງເອົາໃນຂັ້ນຕໍ່ໄປ.

About admin11