ມອບ – ຮັບ ໃບຕາດິນຖາວອນ ຢູ່ບ້ານເມືອງມ່ວນ

  

     ຕອນເຊົ້າຂອງວັນທີ 25 ມັງກອນ 2022 ຢູ່ບ້ານເມືອງມ່ວນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບ – ຮັບ ໃບຕາດີນຖາວອນ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ມີພະນັກງານທີ່ກ່ຽວຂ້ອງຂັ້ນແຂວງ – ຂັ້ນເມືອງ, ການຈັດຕັ້ງບ້ານ, ພໍ່ – ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ໃນພິທີ ທ່ານ ຄຳພຸດ ຈະເລີນຈິດ ຫົວໜ້າຫ້ອງການຊັບພະຍາກອນທໍາຊາດ ແລະ ສິ່ງແວດລ້ອມ ເມືອງ ໄດ້ອະທິບາຍຄວາມໝາຍ, ຄວາມສໍາຄັນຂອງວຽກງານການຂື້ນທະບຽນອອກໃບຕາດີນໃຫ້ ພໍ່ – ແມ່ ປະຊາຊົນຜູ້ທີ່ໄດ້ຂື້ນທະບຽນອອກໃບຕາດີນໃໝ່ ໄດ້ຮັບຮູ້ກ່ຽວກັບຄວາມສຳຄັນ ທີ່ກຳນົດຢູ່ໃນກົດໝາຍວ່າດ້ວຍທີ່ດີນ ແລະ ນອນຢູ່ໃນແຜນນະໂຍບາຍຂອງລັດຖະບານ ຊື່ງມີຈຸດປະສົງ ເພື່ອຫັນເອົາການຄຸ້ມຄອງນໍາໃຊ້ທີ່ດີນເຂົ້າສູ່ລະບຽບກົດໝາຍ, ເປັນການຢັ້ງຢືນສິດນຳໃຊ້ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ເພື່ອຕອບສະໜອງຫັນດີນເປັນທຶນ, ເປັນການເຮັດໃຫ້ຜູ້ໄດ້ຮັບສິດນໍາໃຊ້ທີ່ດິນ ໄດ້ມີການພັດທະນາທີ່ດິນຂອງຕົນຕາມຈຸດປະສົງ ແລະ ຖືກຕາມເປົ້າໝາຍ, ໃນການລົງສຳຫຼວດການຂຶ້ນທະບຽນ ອອກໃບຕາດີນຖາວອນໃນຄັ້ງນີ້ ສາມາດຂື້ນໄດ້ 92 ຕອນ, ໃນຈຳນວນ 88 ຄອບຄົວ ເປັນປະເພດດິນປຸກສ້າງ.

ເປັນກຽດມອບໃບຕາດິນຄັ້ງນີ້ ໂດຍ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ກ່າວຮັບແມ່ນຕ່າງໜ້າຄອບຄົວຜູ້ທີ່ມີສິດຮັບໃບຕາດິນ.

 

 

About admin11