ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບກຳມາທິການວັດທະນະທຳ – ສັງຄົມ ສະພາແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 26 ກັນຍາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ດຣ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ – ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ລົງມາເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ.

ຈຸດປະສົງໃນການລົງມາຄັ້ງນີ້ ກໍ່ເພື່ອຕິດຕາມກວດກາສະເພາະກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ, ການສ້າງວຽກເຮັດງານທຳ ຂອງປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ ແລະ ກວດກາຕິດຕາມປົກກະຕິກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທຳ – ສັງຄົມ ແລະ ວຽກງານອື່ນໆ.

ໂອກາດນີ້ ທ່ານເຈົ້າແຂວງ ກໍ່ໄດ້ລາຍງານສະພາບການໂດຍຫຍໍ້ຂອງແຂວງ ເປັນຕົ້ນການພັດທະນາເສດຖະກິດສັງຄົມ,ວິໄສທັດຂອງແຂວງ, ການສ້າງວຽກເຮັດງານທຳຂອງປະຊາຊົນບັນດາເຜົ່າ, ການແກ້ໄຂ 2 ວາລະແຫ່ງຊາດ, ການປະຕິບັດ 9 ຫົວຂໍ້ສຳມະນາວິທະຍາສາດ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ 7, ການແກ້ໄຂບັນຫາ 4 ເຖື່ອນ.

About admins16