ຮອງປະທານກຳມາທິການວັດທະນະທຳ – ສັງຄົມ ສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 26 ກັນຍາ 2022 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍລິຄຳໄຊ ທ່ານ ດຣ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ – ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວວຽກງານຢູ່ສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານຈາກພະແນກການ ເປັນຕົ້ນແມ່ນວຽກງານແຮງງານ ເຊິ່ງແຂວງບໍລິຄຳໄຊມີກຳລັງແຮງງານ 185 ພັນກວ່າຄົນ, ມີວຽກເຮັດງານທຳ 179 ພັນກວ່າຄົນ, ສະເລ່ຍມີຜູ້ວ່າງງານ 3,19%, ຊາວກະສິກອນກວມເອົາ 80%, ໃນໄລຍະ 5 ປີຜ່ານມາ ມີຈຳນວນນັກຮຽນທີ່ຈົບມັດທະຍົມຕອນຕົ້ນ, ຕອນປາຍ ໄດ້ເຂົ້າຮຽນສາຍອາຊີວະສຶກສາ, ການສຶກສາຊັ້ນສູງ 5.467 ນ້ອງ ລວມທັງນັກສຶກສາທີ່ຮຽນຕໍ່ຕ່າງປະເທດ ກວມ 33,67% ຂອງນັກສຶກສາທີ່ຮຽນຈົບສາຍສາມັນ ແລະ ຜູ້ທີ່ໄດ້ປະກອບວຽກເຮັດງານທຳມີລາຍຮັບໝັ້ນທ່ຽງ ກວມເອົາ 18,29%, ລະບົບການຕິດຕາມນັກຮຽນທີ່ຮຽນຈົບຈາກສາຍອາຊີວະສຶກສາ ແມ່ນໄດ້ຕິດຕາມຜ່ານທາງໂຮງຮຽນ ເຊັ່ນ,: ການຕັ້ງກຸ່ມວອດແອັບ ( What app ), ເມັດເຊັນເຈີ ( Messemger ) ຂອງແຕ່ລະສາຂາ ນັບແຕ່ປີ 1 ຈົນຈົບຫຼັກສູດ ແລະ ເມື່ອຈົບໄປແລ້ວ ກຸ່ມດັ່ງກ່າວກໍ່ຍັງສືບຕໍ່ຕິດຕາມພົວພັນວຽກງານເຊິ່ງກັນ ແລະ ກັນ.

ພ້ອມນີ້ ຍັງຈະໄດ້ຮັບຟັງການລາຍຈາກບັນດາພະແນກການກ່ຽວຂ້ອງ ເປັນຕົ້ນແມ່ນພະແນກແຮງງານ ແລະ ສະຫວັດດີການ – ສັງຄົມ, ພະແນກສຶກສາທິການ – ກິລາ, ພະແນກແຜນການ – ການລົງທຶນ, ພະແນກອຸດສາຫະກຳ – ການຄ້າ, ພະແນກກະສິກຳ – ປ່າໄມ້, ກຳມະບານແຂວງ, ສະພາການຄ້າ – ອຸດສາຫະກຳແຂວງ, ພະແນກການເງິນ, ພະແນກ ຖວທ ແຂວງ ແລະ ພະແນກສາທາລະນະສຸກແຂວງ.

ທັງນີ້ ກໍ່ເພື່ອສຶກສາຄົ້ນຄວ້າເກັບກຳສະພາບການວ່າງງານຂອງແຮງງານລາວ, ການຝຶກວິຊາຊີບ, ການພັດທະນາສີມືແຮງງານ, ການສ້າງວຽກເຮັດງານທຳຂອງປະຊາຊົນ, ການຈັດຫາງານ, ການຄຸ້ມຄອງ, ການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ, ຄວາມປອດໄພ – ສຸຂະພາບແຮງງານ ແລະ ເພື່ອເປັນການເອົາຂໍ້ມູນວິເຄາະວິໄຈ ໃຫ້ເຫັນສະພາບ, ຜົນສຳເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດຂອງບັນຫາ, ວິທີການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ເພື່ອສະເໜີຕໍ່ລັດຖະບານນຳໄປພິຈາລະນາແກ້ໄຂ.

About admins16