ທິມສະໂມສອນປາກຊັນ ແລະ ມັດທະຍົມສົມບູນສີທ່ານາໄຊ ຄວ້າແຊ້ມການແຂ່ງຂັນບານເຕະ ອາຍຸບໍ່ເກີນ 17 ປີ ຊິງຂັນທ່ານເຈົ້າແຂວງ

ການແຂ່ງຂັນບານເຕະອາຍຸບໍ່ເກີນ 17 ປີ ທີມຊາຍ ຊິງຂັນທ່ານເຈົ້າແຂວງບໍລິຄຳໄຊ ຕິດພັນກັບການສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ລາວ – ຫວຽວນາມ 2022 ນັດຊິງຊະນະເລີດ ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2022 ຢູ່ເດີ່ນກິລາເມືອງປາກຊັນ, ເຂົ້າຮ່ວມໂດຍ ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ກຳມະການ, ນັກກິລາ ແລະ ມວນຊົນຊາວແຂວງບໍລິຄຳໄຊ ເຂົ່າຮ່ວມຮັບຊົມຢ່າງຟົດຟື້ນ.

ຄູ່ຊີງຊະນະເລີດ ບານເຕະອາຍຸບໍ່ເກີນ 17 ປີ ທີມຊາຍ ເປັນການພົບກັນລະຫວ່າງ ທີມສະໂມສອນປາກຊັນ ແລະ ທີມເມືອງປາກກະດິງ, ການແຂ່ງຂັນເລີ່ມຕົ້ນຂຶ້ນຢ່າງດຸເດືອດ ຕ່າງຝ່າຍຕ່າງກໍ່ເປີດເກມບຸກເຂົ້າໃສ່ກັນຢ່າງເຕັມທີ່ ແຕ່ກໍ່ບໍ່ສາມາດຍິງປະຕູກັນໄດ້ ຈົບເຄີ່ງເວລາທຳອິດສະເໝີກັນ 0 ປະຕູ ຕໍ່ 0, ເກມເຄີ່ງຫຼັງເປີດຂຶ້ນ ທັງສອງທີມຍັງສືບຕໍ່ເປີດເກມໃສ່ກັນຢ່າງຕໍ່ເນື່ອງ ແຕ່ເປັນທີມສະໂມສອນປາກຊັນ ຫຼີ້ນໄດ້ດີກວ່າ ສາມາດຍິງປະຕູ້ໄດ້ເຖີງ 2 ປະຕູໃນຊ່ວງທ້າຍເກມ ເຮັດໃຫ້ທິມສະໂມສອນເມືອງປາຊັນ ເອົາຊະຊະ ທິມເມືອງປາກກະດິງ ໄປດ້ວຍຄະແນນ 2 ປະຕູ ຕໍ່ 0, ກາຍເປັນແຊມ ຍາດໄດ້ຂັນຂອງທ່ານເຈົ້າແຂວງໄປຄອງ, ອັນດັບທີ 3 ຕົກເປັນຂອງທິມມັດທະຍົມສົມບູນໜອງບົວ ທີ່ສາມາດເອົາຊະນະ ມັດທະຍົມປາຍປາກຊັນ 1 ປະຕູ ຕໍ່ 0.

ສໍາລັບແຂ່ງຂັນບານເຕະອາຍຸບໍ່ເກີນ 17 ປີ ທີມຍິງ ແຂ່ງຂັນຢູ່ເດີ່ນມັດທະຍົມຕົ້ນໂພສີ, ລາງວັນຊະນະເລີດຕົກເປັນຂອງທິມມັດທະຍົມສົມບູນສີທ່ານາໄຊ ທີ່ສາມາດເອົາຊະນະ ທິມມັດທະຍົມຕົ້ນໂພນໄຊ 3 ປະຕູ ຕໍ່ 1, ທີ 3 ແມ່ນທິມມັດທະຍົມປາຍປາກຊັນ ແລະ ທີ 4 ມັດທະຍົມສົມບູນປາກງຽບ.

ຫຼັງຈາກຈົບການແຂ່ງຂັນ ຄະນະຮັບຜິດຈັດການແຂ່ງຂັນໃນຄັ້ງນີ້ ຍັງໄດ້ຜັດປ່ຽນກັນຂຶ້ນມອບຂອງຂວັນລາງວັນໃຫ້ແຕ່ລະທີມ, ໂດຍທີມທີ່ໄດ້ຊະນະເລີດ ແມ່ນໄດ້ຮັບລາງວັນເງິນສົດ 1.500.000 ກີບ ພ້ອມຂັນລາງວັນ 1 ໜ່ວຍ, ອັນດັບ 2 ໄດ້ຮັບເງິນສົດ 1.000.000 ກີບ ພ້ອມຂັນ 1 ໜ່ວຍ ແລະ ອັນດັບ 3 ໄດ້ຮັບເງິນສົດ 800.000 ກີບ ພ້ອມຂັນ 1 ໜ່ວຍ ແລະ ອັນດັບ 4 ໄດ້ຮັບລາງວັນເງິນສົດ 400.000 ກີບ.

About admins14