ເຈົ້າເມືອງທ່າພະບາດ ລົງຊຸກຍູ້ຕິດຕາມການສ້ອມແປງທາງ

ເພື່ອລົງຊຸກຍູ້ຕິດຕາມກໍ່ເພື່ອຊຸກຍູ້ອໍານວຍຄວາມສະດວກ, ຜັກດັນໃຫ້ການສ້ອມແປງເສັ້ນທາງດັ່ງກ່າວໃຫ້ເປັນໄປຕາມເຕັກນິກ ແລະ ໃຫ້ກໍ່ສ້າງສໍາເລັດໃນເວລາທີ່ກໍານົດໄວ້ ໃນຕອນບ່າຍຂອງວັນທີ 19 ທັນວາ 2022 ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມຄະນະ ແລະ ຫ້ອງການທີ່ກ່ຽວຂ້ອງເມືອງ ລົງຊຸກຍູ້ຕິດຕາມການສ້ອມແປງທາງ ເລກທີ 5354.

ທ່ານ ພູວົງ ສຸວັນນະພິທີ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ ໄດ້ໃຫ້ຮູ້ຕື່ມວ່າ: ໂຄງການສ້ອມແປງ ເສັ້ນທາງດັ່ງກ່າວນີ້ ແມ່ນມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບ້ານເປັນຕົ້ນແມ່ນ ບ້ານ ປ່າໄລ່ , ບ້ານ ຫ້ວຍເລີກ, ບ້ານ ຫາດໄຄ້ ບ້ານ ໂພນງາມ, ບ້ານ ຍາງເຄືອ ເປັນທາງເຂົ້າອອກຫາເທດສະບານເມືອງ ນອກນັ້ນ ຍັງເປັນທາງຜ່ານເຂົ້າ-ອອກ ແຂວງໄຊສົມບູນ ເນື່ອງຈາກເສັ້ນທາງດັ່ງກ່າວ ມີການສໍາລຸດເປເພ້ ເປັນຂຸມ ຈໍານວນຫຼາຍ ເຮັດໃຫ້ການສັນຈອນໄປມາບໍ່ສະດວກມີຄວາມຫຍຸ້ງຍາກ ສ່ຽງຕໍ່ການເກີດອຸບັດຕິເຫດ ເມື່ອເປັນແນວນັ້ນການນໍາພັກ-ລັດໄດ້ຄົ້ນຄວ້າ, ຂົນຂວາຍຊອກຫາແຫຼ່ງທຶນ, ມາວັນທີ 19 ທັນວານີ້ ເພື່ອເປັນການສ້ອມແປງແກ້ໄຂເບື້ອງຕົ້ນໄດ້ມີການຖົມດິນ, ປັບກວດທາງຕາມຈຸດທີ່ເປເພ່, ສໍາລັບການສ້ອມແປງເສັ້ນທາງແມ່ນ ໄດ້ສ້ອມແປງແຕ່ແຍກທາງ 13 ໃຕ້ຫາຂົວບ້ານ ຫ້ວຍເລິກ, ມີຄວາມຍາວ 8 ກິໂລແມັດ, ມູນຄ່າສ້ອມແປງ 30 ລ້ານກີບ ແລະ ຄາດວ່າການສ້ອມແປງຈະໃຫ້ສໍາເລັດໃນທ້າຍອາທິດນີ້.

About admins14