ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າຄະນະຈັດຕັ້ງແຂວງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຈັດຂຶ້ນໃນວັນທີ 21 ທັນວາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນກຽດເຂົ້າຮ່ວມຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ມີຄະນະຈັດຕັ້ງແຂວງ, ຂະແໜງການ ແລະ ບັນດາພະແນກການອ້ອມຂ້າງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະຈັດຕັ້ງແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 830/ຂບຊ, ລົງວັນທີ 15 ທັນວາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ອຸທິດ ແກ້ວລາ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ.

ຕອນທ້າຍ ທ່ານ ວັນວິໄລ ແດນພູຫຼວງ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍທ່ານໄດ້ຍົກໃຫ້ເຫັນວ່າການແຕ່ງຕັ້ງພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກກະຕິ ນີ້ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປັບປຸງໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່ ແນໃສ່ເຮັດໃຫ້ວຽກງານ ໄດ້ມີການຂະຫຍາຍຕົວຕາມຂັ້ນເທິງວາງອອກ, ພ້ອມດຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ ສືບຕໍ່ຮັກສາຄວາມສາມັກຄີພາຍໃນ ໃຫ້ມີຄວາມເປັນເອກະພາບສູງ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ.

 

About admins14