ສະຫະພັນແມ່ຍິງ ລົງຕິດຕາມຊຸມຍູ້ການປູກພຶດແບບທຳມະຊາດ ຂອງເອື້ອຍນ້ອງແມ່ຍິງ ບ້ານປາກປຶງ

ເພື່ອເປັນການຈັດຕັ້ງປະຕິບັດ ແຜນພັດທະນາແມ່ຍິງ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ໃນວັນທີ 20 ທັນວາ 2022 ທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ ພ້ອມຄະນະ ແລະ ສະຫະພັນແມ່ຍິງເມືອງປາກຊັນ ໄດ້ລົງຕິດຕາມການປູກພຶດແບບທຳມະຊາດ ຂອງເອື້ອຍນ້ອງແມ່ຍິງ ບ້ານປາກປຶງ ເມືອງປາກຊັນ.

ຈຸດປະສົງ ຂອງລົງການລົງຕິດຕາມຊຸກຍູ້ຄັ້ງນີ້ ກໍ່ເພື່ອຮັບຟັງການສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ 1 ປີ ຜ່ານມາ, ເປັນເອກະພາບໃຫ້ກຸ່ມປູກຜັກສືບຕໍ່ກູ້ຍືມກອງທືນ ແລະ ຂະຫຍາຍເພີ່ມ 2 ຄອບຄົວ ລວມເປັນ 15 ຄອບຄົວ ໃນວົງເງິນ 45.000.000 ກີບ, ຫຼັງຈາກນັ້ນ ກໍ່ໄດ້ລົງເບີ່ງການຜະລິດຕົວຈິງ ທີ່ສວນຂອງສະມາຊິກກຸ່ມປູກຜັກ.

About admins14