ຮ້ອຍກ່ວາຄອບຄົວ ບ້ານທ່າສີໄຄ ໄດ້ຮັບນາມມະຍົດ ຄອບຄົວປ້ອງກັນຄວາມສະຫງົບດີ

          ພິທີ ປິດສະຫຼຸບການສ້າງຄອບຄົວຕົວແບບ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ມອບໃບຢັ້ງຢືນໃຫ້ຄອບຄົວຕົວແບບວຽກງານປ້ອງກັນຄວາມສະຫງົບດີ  ບ້ານ ທ່າສີໄຄ ເມືອງປາກຊັນ ແຂວງບໍລິຄໍາໄຊ, ໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 27 ມັງກອນ 2022 ຢູ່ທີ່ອາລາມວັດບ້ານ ທ່າສີໄຄ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ໄມຈອມ ວັນນະສານຄໍາ  ເຈົ້າເມືອງປາກຊັນ.

          ທ່ານ ພັນຕີ ສົມຈັນ ສີບົວທອງ ຫົວໜ້າ ປກສ ບໍລິການປະຊາຊົນ ກຸ່ມເທດສະບານ 01 ໄດ້ຜ່ານບົດສະຫຼຸບ ວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ  ຢູ່ບ້ານ ທ່າສີໄຄ ເມືອງປາກຊັນ ແຂວງບໍລິຄໍາໄຊ, ເຊີ່ງຄະນະຮັບຜິດຊອບ ໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາເອກະສານທີ່ກ່ຽວກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ລົງເຜີຍແຜ່ເຊື່ອມຊືມ ໃຫ້ອໍານາດການປົກຄອງບ້ານ, ຫົວໜ່ວຍຄອບຄົວ ແລະ ປະຊາຊົນ  ໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ.

ຜ່ານການຈັດຕັ້ງປະຕິບັດ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ສາມາດຕີລາຄາ ອໍານາດການປົກຄອງ, ພໍ່ແມ່ປະຊາຊົນ ແມ່ນມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ,  ເຄົາລົບລະບຽບກົດໝາຍຂອງລັດ, ຮັກສາໄດ້ຮີດຄອງປະເພນີຂອງຊາດ, ມີສະຕິປະຕິບັດສິດ ແລະ ພັນທະຂອງພົນລະເມືອງ.

ບ້ານທ່າສີໄຄ ມີທັງໝົດ 115 ຄອບຄົວ, ໃນນັ້ນຄອບຄົວທີ່ຜ່ານ 05 ມາດຖານເງື່ອນໄຂ ແລະ ໄດ້ຮັບໃບຢັ້ງຢືນຄອບຄົວປ້ອງກັນຄວາມສະຫງົບດີ ມີ 101 ຄອບຄົວ ເທົ່າກັບ 91,56%, ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ຜົນສຳເລັດ ເຈົ້າເມືອງປາກຊັນ ຈຶ່ງຕົກລົງມອບໃບຢັ້ງຢຶນ ໃຫ້ ຈຳນວນຄອບຄົວດັ່ງກ່າວ ໂດຍໃຫ້ກຽດມອບ ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ.

 

 

About admin11