ບໍລິສັດ ສະຕາໂທລະຄົມ ປະຊາສຳພັນການບໍລິການ U-Money ແລະ U-Office ໃຫ້ພະນັກງານຂົງເຂດເມືອງປາກກະດິງ

ໃນຕອນເຊົ້າວັນທີ 28 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ບໍລິສັດສະຕາໂທລະຄົມ ສາຂາແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສຳມະນາປະຊາສຳພັນ ການບໍລິການ U-Money ແລະ U-Office ຂອງບໍລິສັດສະຕາໂທລະຄົມ ໃຫ້ພະນັກງານຂົງເຂດເມືອງປາກກະດິງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ, ທ່ານ ວິສະດີ ວິໄລວັນ ຮອງອຳນວຍການ – ການຕະຫລາດ ບໍລິສັດສະຕ່າໂທລະຄົມ ສາຂາແຂວງບໍລິຄຳໄຊ, ມີຄະນະຫ້ອງການ, ກອງບັນຊາການ ປກຊ – ປກສ ແລະ ພະນັກງານວິຊາການອ້ອມຂ້າງເມືອງເຂົ້າຮ່ວມ.

ກອງປະຊຸມ ໄດ້ສະເໜີໃຫ້ຮູ້ວ່າ: U – Money ແມ່ນບໍລິການກະເປົາເງີນເອເລັກໂຕນິກ, ສາມາດໂອນເງີນ, ຖອນເງີນສົດ ແລະ ຊຳລະຄ່າສິນຄ້າຕ່າງໆໄດ້ກັບບັນດາໜ່ວຍບໍລິການທີ່ມີການຮ່ວມມືກັບ U-Money ໂດຍຜ່ານໂທລະສັບມືຖື.

U – Office ແມ່ນລະບົບຄຸ້ມຄອງເອກະສານໃຫ້ຫ້ອງການ, ສາມາດເກັບຮັກສາເອກະສານໄວ້ ແລະ ເຊັນເອກະສານທາງອອນລາຍ ຜ່ານໂທລະສັບມືຖື ແລະ ອຸປະກອນອື່ນໆທີ່ສາມາດເຊື່ອມອີນເຕີເນັດໄດ້.

ທັງສອງລະບົບນີ້ ສາມາດນຳໃຊ້ໄດ້ ພຽງແຕ່ຕິດຕັ້ງໂປຼແກມ ຫຼື ສະເໜີບໍລິສັດສະຕາໂທລະຄົມ ຕິດຕັ້ງໂປຼແກມ ແລະ ແນະນຳວິທີນຳໃຊ້ຢ່າງລະອຽດ ເຊີ່ງມີຄ່າບໍລິການໃນການນຳໃຊ້ບໍ່ສູງ ແຕ່ມີຄວາມປອດໄພ ແລະ ສະດວກສະບາຍ.

ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ຊັກຖາມຂໍ້ຂ້ອງໃຈບາງດ້ານ ແລະ ກໍ່ໄດ້ມີການຕອບຄຳຖາມຢ່າງຈະແຈ້ງຈາກພາກສ່ວນທີ່ກ່ຽວຂ້ອງ.

ໃນຕອນທ້າຍກອງປະຊຸມ ທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ ຍັງໄດ້ມີຄຳເຫັນ ແລະ ຊີ້ນຳບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງນຳໄປຄົ້ນຄ້ວາພິຈາລະນາຄວາມເປັນໄປໄດ້ໃນການສະຫມັກໃຊ້ U – Money ແລະ U – Office ເພື່ອໃຫ້ການນຳໃຊ້ຊີວິດປະຈຳວັນ ແລະ ການຄຸ້ມຄອງເອກະສານຂອງຫ້ອງການ ມີຄວາມສະດວກສະບາຍຂື້ນ ຄຽງຄູ່ກັບການນຳໃຊ້ເຕັກໂນໂລຊີ ຍຸກອອນລາຍທີ່ທັນສະໃໝ.

 

About admin11