ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ເມືອງທ່າພະບາດ ຄັ້ງທີ 05 ສະໄໝທີ VI

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 05 ສະໄໝທີ VI ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ມັງກອນ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ, ມີຄະນະປະຈໍາ, ກໍາມະການພັກເມືອງ ຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 04 ສະໄໝທີ VI ເຊິ່ງເປັນຊ່ວງໄລຍະທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນດາເຜົ່າ ກໍ່ຄືຊາວເມືອງທ່າພະບາດ ສຸມໃສ່ອອກແຮງງານແຂ່ງຂັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິ VII ຂອງແຂວງ, ມະຕິ VI ຂອງອົງຄະນະພັກເມືອງວາງອອກ.

ໄລຍະຜ່ານມາ ພາຍໃຕ້ການຊີ້ນໍາ – ນໍາພາ ແລະ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ເປັນເຈົ້າການສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຮັດໃຫ້ທົ່ວເມືອງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ດ້ານເສດຖະກິດ  ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 2.976.944.466 ກີບ ເທົ່າກັບ 70,74% ຂອງແຜນການປີ, ການຜະລິດເຂົ້ານາແຊງປະຕິບັດໄດ້ 983 ຮຕ ຜົນຜະລິດໄດ້ 3.932 ໂຕ່ນ, ປູກພືດລະດູແລ້ງປະຕິບັດໄດ້ 851 ເຮັກຕ່າ ຜົນຜະລິດ 6.382 ໂຕ່ນ.

ອອກເອກະສານໃບແຈ້ງທີ່ດິນໄດ້ 451 ຕອນ ຂຶ້ນທະບຽນໃບຕາດິນເປັນລະບົບໄດ້ 691 ຕອນ ຊຸກຍູ້ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນເມືອງໄດ້ 4 ຄອບຄົວ, ປະຈຸບັນ ມີ 10 ຄອບຄົວທີ່ບໍ່ທັນພົ້ນທຸກ ໃນນັ້ນ ອານາຖາ 1 ຄອບຄົວ, ກວດກາບ້ານແບບຢ່າງປະຕິບັດກົດໝາຍໄດ້ 7 ບ້ານ.

ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານແຜນດໍາເນີນງານການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງເມືອງ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ທິດທາງແຜນການຕໍ່ໜ້າ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດ – ຄໍາເຫັນໃສ່ຮ່າງມະຕິກອງປະຊຸມໃນຄັ້ງນີ້.

ທ່ານ ສົມສົດ ແສງອາພອນ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດມະຕິ ໃນໄລຍະຜ່ານມາ ແລະ ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບ, ທ່ານ ພ້ອມດ້ວຍຜູ້ແທນກອງປະຊຸມ ໄດ້ເປັນເອກະສັນ ຮັບຮອງເອົາມະຕິກອງປະຊຸມ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ພະນັກງານທຸກທ່ານ ໃຫ້ເອົາໃຈກໍາເເໜ້ນເນື້ອໃນ ຂອງມະຕິເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າວຽກຂອງຕົນຮັບຜິດຊອບໃຫ້ປະກົດຜົນເປັນຈິງ.

About admin11