ຮາກຖານພັກພະແນກສຶກສາທິການ ແລະ ກິລາ ກວດກາໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

   

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະຈິກ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງສະຫາຍ ວັນວິໄລ ແດນພູຫລວງ ຮອງເລຂາພັກແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນຂົງເຂດການສຶກສາ ເຂົ້າຮ່ວມ.

ໃນພິທີ ທ່ານປະທານ ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈ ຂອງຄຳສັ່ງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 13 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມາດຕະການຈັດຕັ້ງປະຕິບັດ ແລະ ຈຸດປະສົງ ຂອງເອກະສານດັ່ງກ່າວ ວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງ ຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພ້ອມດຽວກັນ ຍັງໄດ້ຮັບຟັງການເຜີຍແຜ່ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາສັ່ງຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ ເຊິ່ງຈະໄດ້ດຳເນີນໄປເປັນເວລາ 3 ວັນຈຶ່ງຈະສຳເລັດ.

About admins16