ບ້ານໜອງອໍ້ ໄດ້ຮັບນາມມະຍົດ ບ້ານປ້ອງກັນຊາດເຂັ້ມແຂງ

ພິທີປະກາດບ້ານ ໜອງອໍ້ ເມືອງຄຳເກີດ ແຂວງບໍລິຄຳໄຊ ເປັນບ້ານປ້ອງກັນຊາດເຂັ້ມແຂງ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 20 ພະຈິກ 2020 ຢູ່ທີ່ບ້ານດັ່ງກ່າວ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະຊີ້ນຳຂັ້ນແຂວງ, ຂັ້ນເມືອງ ແລະ ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ທ່ານ ພັນໂທ ບຸນຕອງ ວັນນະວົງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ຄຳເກີດ ໄດ້ຕີລາຄາຄືນຜົນສຳເລັດການຈັດຕັ້ງປະຕິບັດສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢູ່ບ້ານໃຫຍ່ໜອງອໍ້ ວ່າ: ບ້ານໃຫຍ່ໜອງອໍ້ ສ້າງຕັ້ງຂຶ້ນໃນປີ 1830, ຫ່າງຈາກເທດສະບານຫຼັກ 20 ປະມານ 17 ກິໂລແມັດ, ມີເສັ້ນທາງເລກທີ 8A ຜ່ານ, ມີເນື້ອທີ 2.420 ເຮັກຕາ, ພົນລະເມືອງ 884 ຄົນ, ຍິງ 431 ຄົນ ແລະ 135 ຄອບຄົວ, ປະຊາຊົນສ່ວນຫຼາຍແມ່ນມີອາຊີບເຮັດນາເປັນຕົ້ນຕໍ, ຖືເອົາການປູກຝັງ-ລ້ຽງສັດ, ຫັດຖະກໍາຕໍ່າຫູກ ແລະ ຄ້າຂາຍເປັນສໍາຮອງ, ຜ່ານມາຄະນະພັກບ້ານ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງກອງຫຼອນ, ປກສ ບ້ານ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຈັດຕັ້ງຝຶກແອບສີລະປະຍຸດ-ຍຸດທະວິທີ, ເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂປະກົດການຫໍ້ຍທໍ້ພາຍໃນບ້ານ ໃຫ້ຫຼຸດລົງເປັນກ້າວໆ, ເຮັດໃຫ້ພາຍໃນບ້ານມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ໄດ້ຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ.

ຄະນະຮັບຜິດຊອບສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ສົມທົບກັບອຳນາດການປົກຄອງຂັ້ນບ້ານ ນຳເອົາບັນດາຄໍາສັ່ງ, ນິຕິກຳ ຂອງຂັ້ນເທິງ ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ເປັນຕົ້ນແມ່ນເອກະສານຄົນລາວເປັນເຈົ້າ, ເພີ່ມທະວີຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າ, ຍຸດທະສາດຫັນປ່ຽນຂອງສັດຕູ, ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນລາວຮອບດ້ານ ແລະ ເອກະສານນຳພາປະຊາຊົນຫຼົບຫຼີກໄປສູ່ເຂດປອດໄພ ກໍລະນີສັດຕູຕີເຂົ້າບ້ານ, ເຮັດໃຫ້ປະຊາຊົນພາຍບ້ານ ໄດ້ຮັບຮູ້ ແລະ ເຂົ້າໃຈ, ປະກອບສ່ວນເຂົ້າໃນວຽກງານລວມຂອງບ້ານເປັນປົກກະຕິ.

ຜ່ານການປະເມີນ 6 ມາດຖານ ຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ  ຄະນະຊີ້ນຳສາມາດຮັບຮອງຮອງ ເປັນຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 128 ຄອບຄົວ ໃນຈຳນວນ 135 ຄອບຄົວຂອງບ້ານ ເທົ່າກັບ 94,81%.

ເພື່ອເປັນການຢັ້ງຢືນເຖິງຜົນຍງານທີ່ບ້ານຍາດມາໄດ້ນັ້ນ ຄະນະຮັບຜິດຊອບຊີນຳຂັ້ນເມືອງ ໄດ້ມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ແກ່ບ້ານໃຫຍ່ໜອງອໍ້ .

ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໃຫ້ອຳນາດການປົກຄອງຂັ້ນບ້ານ ຖືເອົາວຽກງານການສຶກສາອົບຮົມແນວຄິດເປັນກົກ, ຍູ້ແຮງການຜະລິດໃຫ້ຫຼາຍກາຍເປັນສິນຄ້າ, ປັບປຸງກຳລັງກອງຫຼອນໃຫ້ມີຄວາມເຂັ້ມແຂງ, ປັບປຸງແບບແຜນວິທີນຳພາ ແລະ ແບບແຜນວິທີເຮດວຽກໃນການຄູ້ມຄອງລັດ ຄູ້ມຄອງສັງຄົມ, ເຕົ້າໂຮມຄວາມສາມັກຄີພາຍໃນບ້ານໃຫ້ເປັນປຶກແຜ່ນ, ປົກປັກຮັກສາວັດທະນາທຳ, ຮີດຄອງປະເພນີອັນດີງນາມຂອງຊາດ, ຂອງເຜົ່າ, ຊຸກຍູ້ຊ່ວຍເຫຼືອຄອບຄົວທີ່ຍັງບໍ່ທັນໄດ້ຮັບເປັນຄອບຄົວປ້ອງກັນຊາດເຂັ້ມແຂງໃຫ້ເພີ່ມຂື້ນ, ພ້ອມນັ້ນ ກອງບັນຊາການທະຫານເມືອງ ຈະຕ້ອງໄດ້ສືບຕໍ່, ຕິດຕາມ, ກວດກາ, ປະເມີນຄອບຄົວປ້ອງກັນຊາດເຂັ້ມແຂງຕາມຂໍ້ຕົກລົງ 705 ຂອງກະຊວງປ້ອງກັນປະເທດວາງອອກ.

About admins14