ອົງການປົກຄອງເມືອງວຽງທອງ ຊຸກຍູ້ວຽກງານພັດທະນາການສຶກສານອກໂຮງຮຽນ ມູນຄ່າເກືອບ 5 ລ້ານກີບ

ດ້ວຍຄວາມເປັນຫ່ວງເປັນໄຍ ຂອງອົງການປົກຄອງເມືອງ ຕໍ່ກັບວຽກງານພັດທະນາການສຶກສາ ໃນຕອນບ່າຍຂອງວັນທີ 23 ພະຈິກ 2020 ອົງການປົກຄອງເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ນໍາເອົາຄອມພິວເຕີ (ໂນດບຸກ) ຈໍານວນ 1 ໜ່ວຍ ມູນຄ່າ 4.800.000 ກີບ ໄປມອບໃຫ້ສູນການສຶກສານອກໂຮງຮຽນເພື່ອນໍາເຂົ້າໃນວຽກງານຂອງສູນ ໂດຍເປັນກຽດເຂົ້າຮ່ວມ – ມອບ ຂອງທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ກ່າວຮັບໂດຍ ທ່ານ ອາຈານ ສີສົມພອນ ແກ້ວວົງວິຈິດ ຫົວໜ້າສູນການສຶກສານອກໂຮງຮຽນ, ມີພະນັກງານຫ້ອງການສຶກສາເມືອງ, ພະນັກງານຫ້ອງວ່າການ, ຄູອາຈານ ແລະ ນ້ອງນັກຮຽນພາຍໃນສູນ ເຂົ້າຮ່ວມເປັນສັກຂີພິຍານ.

 

About admin11