ຮາກຖານຊາວໜຸ່ມ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ເຊື່ອມຊືມ ກວດກາ ປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2021

ໃນວັນທີ 28 ກໍລະກົດ 2021 ຢູ່ທຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ໜ່ວຍຊາວໜຸ່ມຮາກຖານ ສຳນັກຄະນະບໍລິຫານຊາວໜຸ່ມແຂວງ ໄດ້ເປີດກອງປະຊຸມເຊື່ອມຊຶມ, ກວດກາ , ປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2021 ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລັນ ໄຊຍະສານ ເລຂາໜ່ວຍຊາວໜຸ່ມຮາກຖານສໍານັກ ຄະນະບໍລິຫານງານຊາວໜຸ່ມແຂວງ.

ກອງປະຊຸມ ສະຫາຍ ນາງ ວັນເພັງ ປັນຍາທອງ ຮອງເລຂາຊາວໜຸ່ມຮາກຖານ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022, ຈາກນັ້ນ ສະຫາຍ ອາລັນ ໄຊຍະສານ ເລຂາໜ່ວຍຊາວໜຸ່ມຮາກຖານ ໄດ້ເຊື່ອມຊຶມເອກກະສານ ບົດແນະນໍາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ມາດຖານ ແລະ ເນື້ອໃນຂໍໍ້ແຂ່ງຂັນ 4 ບຸກ ເພື່ອໃຫ້ສະມາຊິກໃນໜ່ວຍຮັບຮູ້ ທັງເປັນບ່ອນອີງໃນການຕີລາຄາຜົນງານການຈັດຕັ້ງປະຕິບັດວຽກງານຜ່ານມາ, ການຕໍານິສົ່ງຂ່າວກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃຫ້ໝົດໄປ.

About admins14