ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ລົງຕິດຕາມການສອບເສັງ ມ ປາຍ ຢູ່ເມືອງທ່າພະບາດ.

ໃນຕອນເຊົ້າວັນທີ 28 ກໍລະກົດ 2021 ຢູ່ທີ່ໂຮງຮຽນ ມສ ທ່າພະບາດ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ, ທ່ານ ສີທາ ແກ້ວກດາລາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງທ່າພະບາດ ມີຄະນະອານຸກໍາມະການຮັບຜິດຊອບການສອບເສັງຈາກຂັ້ນແຂວງ, ຂັ້ນເມືອງ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ສູນສອບເສັງ ມສ ທ່າພະບາດ, ປະກອບມີ 3 ໂຮງຮຽນຄື: ໂຮງຮຽນ ມ.ສ ທ່າພະບາດ, ໂຮງຮຽນ ມ.ສ ປາກທວາຍ ແລະ ໂຮງຮຽນ ມ.ປ ສົມສະອາດ, ມີນັກສອບເສັງທັງໝົດ 277 ຄົນ, ຍິງ 145 ຄົນ, ແບ່ງອອກເປັນ 14 ຫ້ອງເສັງ, ແຕ່ລະຫ້ອງບັນຈຸນັກສອບເສັງ 21-22 ຄົນ, ການສອບເສັງແມ່ນເລີ່ມແຕ່ວັນທີ 28-30 ກໍລະກົດ 2021,ຈຶ່ງຈະສຳເລັດ ວິຊາທີ່ຈະສອບເສັງມີຢູ່ 5 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດ-ທໍາມະຊາດ, ວິທະຍາສາດ-ສັງຄົມ ແລະ ພາສາອັງກິດ.

ໃນຕອນບ່າຍຂອງວັນດຽວກັນນັ້ນ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດລົງຕິດຕາມການສອບເສັງ ດັ່ງກ່າວ ແລະ ໄດ້ເນັ້ນໃຫ້ຄະນະກຳມະການຮັບຜິດຊອບການສອບເສັງຄັ້ງນີ້ໃຫ້ເອົາໃຈໃສ່ໃນການປະຕິບັດລະບຽບຂອງການສອບເສັງ ໃຫ້ເຂັມງວດພ້ອມທັງເປັນເຈົ້າການ ປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັມງວດ ສິ່ງສໍາຄັນເວລາສອບເສັງສຳເລັດ ບໍ່ຄວນສ້າງສິ່ງທີ່ບໍ່ດີບໍ່ງາມ ຫຼື ສ້າງປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ລົງລາຍເຊັນໃສ່ເສື້ອ,ສ້າງສັນ-ຊຸມແຊວ ແລະ ອື່ນໆ.

About admin11