ແມ່ຍິງ ຖວທ ແຂວງ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຮາກຖານສະຫະພັນແມ່ຍິງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ຂຶ້ນ ໃນວັນທີ 29 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງພະແນກ, ໃຫ້ກຽດເຂົ້າຮ່ວມ ແລະ ຫວນຄືນມູນເຊື້ອໂດຍ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງ, ມີຄະນະຮາກຖານສະຫະພັນແມ່ຍິງ, ສະມາຊິກແມ່ຍິງພາຍໃນພະແນກ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ດ້ວຍເຫັນໄດ້ເຖິງຄວາມສຳຄັນຂອງວຽກງານແມ່ຍິງ ໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ເຊິ່ງເປັນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປະຈຸບັນ, ແຕ່ງຕັ້ງຄະນະໜ່ວຍ ເຊິ່ງປະກອບ ມີ 3 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ.

ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ເຊິ່ງໃນໄລຍະນັ້ນ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານ ຍັງແມ່ນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ.

ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ອົງການຈັດຕັ້ງແມ່ຍິງກໍ່ໄດ້ມີບົດບາດສຳຄັນ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດຂອງພັກ ເປັນຕົ້ນແມ່ນການຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ທະຫານທີ່ປະຕິບັດຫນ້າທີ່ຢູ່ແນວຫນ້າ ແລະ ໃນເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ ຈົນສາມາດຍາດໄດ້ເອກະລາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ສະຫະພັນແມ່ຍິງລາວ ຍັງໄດ້ສືບຕໍ່ປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ, ພ້ອມກັນນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ປະຕິບັດຄໍາຂັວນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ຕິດພັນກັບການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ – ລັດຖະບານ ແຕ່ລະໄລຍະ.

ຫຼັງຈາກນັ້ນ ທ່ານຍັງໄດ້ຍົກບາງຜົນງານພົ້ນເດັ່ນ ທີ່ສະຫະພັນແມ່ຍິງແຂວງບໍລິຄຳໄຊ ຍາດມາໄດ້ໃນ 1 ປີຜ່ານມາ ເປັນຕົ້ນແມ່ນ ໄດ້ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ບັນດານິຕິກຳຕ່າງໆຢ່າງເປັນປະຈຳ ແລະ ກວ້າງຂວາງ, ໃຫ້ຄຳປຶກສາການໃຊ້ຄວາມຮຸນແຮງໃນຄອບຄົວ, ການຄ້າມະນຸດໄດ້ 44 ຄັ້ງ, ປະສານສົມທົບ ແລະ ເກັບຂໍ້ມູນ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ 7 ຄັ້ງ, ສົມທົບກັບພາກສ່ວນກ່ຽວຂ້ອງ ມອບເຄື່ອງອຸປະໂພກໃຫ້ສະມາຊິກສະຫະພັນແມ່ຍິງຂັ້ນບ້ານ ໃນ 7 ຕົວເມືອງ, ຄະນະຮາກຖານ, ໜ່ວຍແມ່ຍິງ ອ້ອມຂ້າງແຂວງ ແລະ ມອບເງິນຊ່ວຍເຫຼືອບັນເທົາທຸກ ໃຫ້ຄອບຄົວສະຫະພັນແມ່ຍິງຜູ້ເສຍຊີວິດ ລວມທັງໝົດ 649.169.000 ກີບ ແລະ ວຽກງານອື່ນໆ ກໍ່ໄດ້ຮັບຄວາມເອົາໃຈໃສ່, ຖືກຈັດຕັ້ງປະຕິບັດດ້ວຍຜົນສໍາເລັດ.

ພ້ອມກັນນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ເອກະສ່ນນໍາພາແນວຄິດ ສະບັບເລກທີ 333/ຄປພ.ຂບຊ, ລົງວັນທີ 29 ມິຖຸນາ 2021 ເລື່ອງເພີ່ມທະວີການຊີ້ນໍາວຽກງານການເມືອງ-ແນວຄິດໃນການສະກັດກັ້ນ ປ້ອງກັນຄວາມຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ທີ່ຍົກໃຫ້ເຫັນເຖິງການກໍາເນີດ ແລະ ແຜ່ລະບາດພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19, ການສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19, ການເພີ່ມທະວີການຊີ້ນໍາວຽກງານ-ແນວຄິດ ໃນການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19.

About admins14