ຮອງເຈົ້າແຂວງ ລົງຕິດຕາມເບິ່ງການກໍ່ສ້າງຕ້ານຕະຝັງເຈື່ອນ ເຂດວັດທາໂພນສັນ

ໃນວັນທີ 8 ກໍລະກົດ 2022 ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ໄດ້ສົມທົບກັບການນໍາຂອງເມືອງ ທ່າພະບາດ ລົງຕິດຕາມເບິ່ງການກໍ່ສ້າງຕ້ານຕະຝັ່ງເຈື່ອນ ຢູ່ແຄມແມ່ນໍາຂອງ ເຂດວັດທ່າໂພນສັນ ເມືອງທ່າພະບາດ ໂດຍມີ ບັນດາຄະນະຮັບຜິດຊອບ-ຊີ້ນໍາຂອງເມືອງ ບັນດາພະນັກງານຫຼັກແຫຼ່ງທີ່ໄດ້ຮັບການແຕ່ງຕັ້ງຈາກຫ້ອງການ, ກົມກອງ, ອົງການຈັດຕັ້ງດ້ານຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງທ່າພະບາດ ເຂົ້າຮ່ວມ.

ຂະບວນການອອກແຮງງານດັ່ງກ່າວເປັນຈໍານວນຫຼວງຫຼາຍ ແລະ ເປັນຂະບວນການຟົດຟື້ນ, ສໍາຫຼັບທຶນທີ່ນໍາໃຊ້ເຂົ້າໃນການກໍ່ສ້າງຕ້ານຕະຝັງເຈື່ອນໃນຄັ້ງນີ້ ແມ່ນເປັນການລະດົມທຶນຮ້ອນ ຈາກອອກຕົນຍາດຍົມ ຜູ້ທີ່ມີຈິດໃຈເຫຼື່ອມໃສສັດທາທາງດ້ານພຸດທະສາດສະໜາພາຍໃນສັງຄົມ ເປັນຕົ້ນແມ່ນພະສົ່ງ-ສໍາມະເນນ, ພະນັກງານ, ບັນດາບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ຕະຫຼອດຮອດບັນດາບໍລິສັດ-ວິສະຫະກິດ ນ້ອຍໃຫຍ່ພາຍໃນແຂວງ-ຕ່າງແຂວງ ແລະ ຕ່າງປະເທດ ສົມທົບທຶນເຂົ້າໃນການກໍ່ສ້າງ ໂດຍແມ່ນບັນດາພະນັກງານຫຼັກແຫຼ່ງຂອງເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານຕ່າງໆ ພາຍໃນເມືອງ ຜັດປ່ຽນໝູນວຽນກັນ ມາອອກແຮງງານລວມຢ່າງເປັນປະຈໍາ.

ໂຄງການກໍ່ສ້າງຕ້ານຕະຝັ່ງເຈື່ອນແຫ່ງດັ່ງກ່າວ ໄດ້ເລີມຈັດຕັ້ງປະຕິບັດກໍ່ສ້າງມາແຕ່ຕົ້ນປີ 2022 ເຊີ່ງມາຮອດປະຈຸບັນ ແມ່ນໄດ້ພ້ອມກັນສຸ່ມກໍາລັງແຮງ ພ້ອມກັນກໍ່ສ້າງຢ່າງຂຸ້ນຂ້ຽວ ເພຶ່ອເຮັດໃຫ້ວຽກງານສໍາເລັດທ່ວງທັນຕາມລະດູການ ເຊິ່ງມາຮອດປະຈຸບັນສາມາດຈັດຕັ້ງປະຕິບັດໄດ້ສໍາເລັດແລ້ວ 60%.

About admins14