ອຸດສາຫະກຳ ແລະ ການຄ້າແຂວງ ດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່

ບັ້ນດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ຄັ້ງທີ II ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງສະຫາຍ ບຸນເສັງ ປະທຳມະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ສະມາຊິກພັກ ແລະ ຄະນະຮັບຜິດຊອບຂັ້ນແຂວງ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່, ເຊື່ອມຊຶມ ຄັ້ງນີ້ປະກອບມີ 3 ບົດ ຄື: ເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເຊິ່ງໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມູນເຊື້ອ ແລະ ຄວາມໝາຍ – ຄວາມສຳຄັນ ກ່ຽວກັບຄວາມສາມັກຄີເປັນເອກະພາບພາຍໃນພັກ, ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຄວາມໝາຍຄວາມສຳຄັນ ຂອງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ ເຊິ່ງແຕ່ລະເອກະສານ ລ້ວນແລ້ວແຕ່ເປັນບ່ອນອີງ ໃນການຕີລາຄາຄືນການຊີ້ນຳ – ນຳພາ ຂອງຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກໃນໄລຍະຜ່ານມາ, ຈຸດປະສົງ ກໍ່ເພື່ອຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປຽ່ນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ.

ບັ້ນດຳເນີນຊີວິດການເມືອງຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນ ຄື: ວັນທີ 8 ແລະ ວັນທີ 11 ກໍລະກົດ 2022, ເຊີ່ງຈະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງ 2 ພາກ ແລະ ຜ່ານບົດສໍາຫຼວດການນໍາພາລວມ ຂອງແຕ່ລະຄະນະໜ່ວຍພັກ, ຂອງສະມາຊິກພັກ, ພ້ອມທັງປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ, ປະກອບຄຳເຫັນສົ່ງຂ່າວ, ຈັດປະເພດສະມາຊິກພັກ ແລະ ສະມາຊິກພັກ ຍັງຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດທາບທາມເອົາຄະນະພັກ ຮອບ 2.

About admins14