ຄະນະບໍລິຫານງານຊາວໜຸ່ມແຂວງ ດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ

ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີ ໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ກໍລະກົດ 2022 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ ເລຂາໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງ ມີຄະນະພັກ, ສະມາຊິກພັກ ແລະ ພະນັກງານພາຍໃນ ເຂົ້າຮ່ວມ.

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ໄດ້ຮັບຟັງການຜ່ານມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຄະນະບໍລິຫານງານຊາວໜຸ່ມແຂວງ ປະຈໍາ 6 ເດືອນ ຕົ້ນປີ 2022 ແລະ ຮັບຟັງເຜີຍແຜ່ເຊື່ອມຊຶມບັນດາເອກະສານທີ່ສໍາຄັນ ເປັນຕົ້ນຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາເພີ່ມເຕີມ ເລກທີ 326/ຄປພ.ຂບຊ, ລົງວັນທີ 14 ມິຖຸນາ 2021 ກ່ຽວກັບການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມກັນນັ້ນ ຍັງໄດ້ຮັບຟັງຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ນອກນັ້ນຍັງໄດ້ມີການແບ່ງຈຸແບ່ງໜ່ວຍສະມາຊິກພັກ ຜ່ານໃບສໍາຫຼວດຕີລາຄາຈັດແບ່ງປະເພດ ສະມາຊິກພັກ, ພະນັກງານມີຄໍາເຫັນກໍ່ສ້າງພັກ ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ. ພ້ອມທັງຈະໄດ້ຜ່ານມະຕິຕົງລົງ ຂອງຄະນະປະຈໍາພັກແຂວງ ກ່ຽວກັບການຮັບຮອງເອົາໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 .

About admins14