ຮອງເຈົ້າແຂວງ ລົງຕິດຕາມຊຸກຍູ້ໂຄງການປູກຢາງພາລາເປັນສິນຄ້າ ເຂດໜອງກອກ ເມືອງຄໍາເກີດ

ເພື່ອເປັນການລົງຕິດຕາມຊຸກຍູ້ ໂຄງການລົງທຶນຕ່າງໆຢູ່ພາຍໃນແຂວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ດໍາເນີນໄປຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດ ຕາມທິດທາງແຜນການທີ່ວາງໄວ້ ໃນວັນທີ 13 ມັງກອນ 2022 ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍພະແນກການທີກ່ຽວຂ້ອງຂັ້ນແຂວງ ໄດ້ລົງຕິດຕາມຊຸກຍູ້ໂຄງການປູກຢາງພາລາເປັນສິນຄ້າ ເຂດໜອງກອກ ໂດຍມີທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ຮ່ວມພາທາງ.

ໂອກາດນີ້ ທ່ານ ຟາມເຈື້ອງເຊີ້ນ ອຳນວຍການບໍລິສັດຢາງພາລາບໍລິຄໍາໄຊ-ຮ່າຕີ້ງ ຈໍາກັດ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບໂຄງການຮ່ວມມືປູກຢາງພາລາເປັນສິນຄ້າ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ກັບ ບໍລິສັດຢາງພາລາບໍລິຄໍາໄຊ-ຮ່າຕີ້ງ ຈໍາກັດ ຢູ່ເຂດໜອງກອກ ວ່າໄດ້ເລີ່ມລົງມືປູກແຕ່ປີ 2012 ໃນເນື້ອທີ່ 400 ກວ່າເຮັກຕາ, ມີກຳມະກອນ 67 ຄົນ, ສາມາດເລີ່ມເກັບກູ້ຜົນຜະລິດໄດ້ໃນປີ 2018 ແລະ ໃນປີ 2021 ທີ່ຜ່ານມາ ມີເນື້ອທີ່ກີດທັງໝົດ 320 ກວ່າເຮັກຕາ, ຜົນຜະລິດ 400 ກວ່າໂຕ່ນ ລວມເປັນເງິນເກືອບ 3 ຕື້ກີບ. ສະເພາະປີ 2022 ຄາດວ່າຈະສາມາດເພີ່ມເນື້ອທີ່ກີດຢາງພາລາໄດ້ 350 ກວ່າເຮັມຕາ, ຜົນຜະລິດ 470 ກວ່າໂຕນ, ຄາດວ່າຈະສ້າງລາຍຮັບໄດ້ເຖິງ 3 ຕື້ກວ່າກີບ ແລະ ກໍາມະກອນຈະມີລາຍຮັບ 3 ລ້ານກວ່າກີບຕໍ່ຄົນຕໍ່ເດືອນ.

ຫຼັງຈາກນັ້ນ, ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ຍັງໄດ້ມີບາງຄໍາສະເໜີ, ແລກປ່ຽນຄໍາເຫັນໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນບັນຫາການຂາດແຄນແຮງງານ, ຢາງພາລາ ຍັງບໍ່ໄດ້ຮັບຜົນຜະລິດສູງເທົ່າທີ່ຄວນ, ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາທ້ອງຖິ່ນ ແລະ ອື່ນໆ.

ໂອກາດນີ້ ທ່ານຮອງເຈົ້າແຂວງ ຍັງໄດ້ມີຄໍາເຫັນຊີ້ນໍາຈໍານວນໜຶ່ງ ໂດຍສະເພາະແມ່ນການຕິດຕາມ ແລະ ຄຸ້ມຄອງແຮງງານ ໃຫ້ເປັນລະບົບ ແລະ ຕໍ່ເນື່ອງ, ການສ້າງສີມືແຮງງານໃຫ້ປະຊາຊົນທ້ອງຖິ່ນ ເພື່ອເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ເພີ່ມປະສິດທິພາບຂອງການຜະລິດ, ການປະຕິບັດພັນທະຕ່າງໆ ໃຫ້ມີຄວາມຖືກຕ້ອງຕາມສະພາບຄວາມເປັນຈິງ, ການເພີ່ມການປະສານສົມທົບຂອງບັນດາຂະແໜງທີ່ກ່ຽວຂ້ອງ ໃຫ້ມີຄວາມກົມກຽວ, ສອດຄ່ອງ ແລະ ອື່ນໆ.

About admins14