ຮອງເຈົ້າແຂວງບໍລິຄຳໄຊ ລົງຕິດຕາມກວດກາການກໍ່ສ້າງທາງເປຕົ່ງ ບ້ານນາຫາດ ເມືອງຄໍາເກີດ

ໃນວັນທີ 13 ມັງກອນ 2022 ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ລົງຕິດຕາມກວດກາການກໍ່ສ້າງເສັນທາງເປຕົ່ງ ບ້ານນາຫາດ ເມືອງຄໍາເກີດ ໂດຍມີທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມພາທາງ.

ໂຄງການກໍ່ສ້າງເສັ້ນທາງເບຕົງ ບ້ານນາຫາດ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການລຸກຊໍາບວກ ແຜນງານພັດທະນາທ້ອງຖິ່ນລາວ/030 ແລະ ເປັນທຶນສົມທົບຂອງພໍ່ແມ່ນປະຊາຊົນຈໍານວນໜຶ່ງ.

ເສັນທາງດັ່ງກ່າວ ມີຄວາມຍາວທັງໝົດ 800 ແມັດ , ກວ້າງ 3,5 ແມັດ ແລະ ມີຄວາມໜາ 15 ຊັງຕີແມັດ ລວມມູນຄ່າກໍ່ສ້າງທັງໝົດ 481 ລ້ານກີບ ໂດຍໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 6 ທັນວາ 2021, ມາຮອດປະຈຸບັນແມ່ນຢູ່ໃນໄລຍະກໍ່ສ້າງ ແລະ ຈະໃຫ້ສໍາເລັດຕາມສັນຍາ ທີ່ຈະໃຊ້ເວລາທັງໝົດ 2 ເດືອນ, ຄາດວ່າຈະໃຫ້ສໍາເລັດພາຍໃນຕົ້ນເດືອນກຸມພາ 2022 ນີ້.

ໃນໂອກາດນີ້, ທ່ານຮອງເຈົ້າແຂວງພ້ອມຄະນະ ຍັງໄດ້ໄປຢ້ຽມຊົມກຸ່ມຜະລິດກະສິກໍາບ້ານນາຫາດ ທີ່ມີເນື້ອທີ່ທັງໝົດ 3 ເຮັກຕາ, ມີພໍ່ແມ່ປະຊາຊົນເຂົ້າໄປທຳກາຜະລິກະສິກຳ 40 ຄອບຄົວ ແລະ ມີເຮືອນຮົ່ມ ຈໍານວນ 40 ຫຼັງ ໂດຍໄດ້ຮັບການສະໜັບສະໜຸນທຶນ ແລະ ເຕັກນິກການປູກ ຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ໂຄງການລຸກຊໍາບວກແຜນງານພັດທະນາທ້ອງຖິ່ນລາວ/030, ໃນນັ້ນ ມີຄອບຄົວເຮັດກະສິກໍາອິນຊີ 21 ຄອບຄົວ, ເຮືອນຮົ່ມ 28 ຫຼັງ ແລະ ຂະໜາດຂອງເຮືອນຮົ່ມແມ່ນ 6,5×25 ແມັດ.

About admins14