ກອງປະຊຸມ ເຜີຍແຜ່ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

        ໃນຕອນເຊົ້າຂອງວັນທີ 14 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມຊັ້ນສາມ ຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ບັນດານິຕິກຳທີ່ຕິດພັນ ໃຫ້ແກ່ພາກສ່ວນດຳເນີນຄະດີອາຍາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີເຈົ້າໜ້າທີ່ຈາກພາກສ່ວນອົງການສຶບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, ພ້ອມທັງຄະນະອະນຸກໍາມະການຮັບຜິດຊອບໃນການກະກຽມການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ.

        ການເຜີຍແຜ່ວຽກງານດັ່ງກ່າວໃນຄັ້ງນີ້ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນ ຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ບັນດານິຕິກຳຕ່າງໆທີ່ຕິດພັນ ໂດຍສະເພາະ ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

     ຈຸດປະສົງ ແນໃສ່ສ້າງຄວາມຮັບຮູ້ໃຫ້ກັບພາກສ່ວນອົງການສຶບສວນ-ສອບສວນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າໃຈຕໍ່ກັບຜົນການປະເມີນຄວາມສ່ຽງແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂໃນຕໍ່ໜ້າ, ໂດຍລົງເລິກສະເພາະໜ້າວຽກທີ່ຕິດພັນເປັນຕົ້ນພັນທະຂອງເຈົ້າໜ້າທີ່ຕໍ່ວຽກງານດັ່ງກ່າວ, ການສຶບສວນ-ສອບສວນຄະດີຟອກເງິນ ຄຽງຄູ່ກັບຄະດີສະຖານການກະທໍາຜິດທາງອາຍາ, ບັນດາໄພຂົ່ມຂູ່ທີ່ເປັນຜົນມາຈາກການປະເມີນຄວາມສ່ຽງທີ່ຕ້ອງເອົາໃຈໃສ່, ໃຫ້ກັບເຈົ້າໜ້າທີ່ ເພື່ອຮັບຮູ້-ເຂົ້າໃຈ ຢ່າງເລິກເຊີ່ງ ແລະ ສາມາດນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ຮັບຜິດຊອບຂອງຕົນໄດ້ຢ່າງມີປະສິດທິຜົນ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 ໃນປີ 2022.

        ການຟອກເງິນແມ່ນການປ່ຽນຮູບ, ນຳໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນ ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໄສວ່າ ເງິນ ຫຼື ຊັບສິນ ນັ້ນ ມາຈາກການກະທໍາຜິດ ເພື່ອປົກປິດ ຫຼື ຊຸກເຊື່ອງ ຄຸນລັກສະນະ ທີ່ມາຂອງເງິນ, ທີ່ຕັ້ງ ຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວ ຖືກຕ້ອງຕາມກົດໝາຍ.

About admins16