ຮອງເຈົ້າແຂວງ ລົງຊຸກຍູ້ການຜະລິດພືດລະດູແລ້ງ ຢູ່ເມືອງທ່າພະບາດ

ໃນວັນທີ 20 ພະຈິກ 2020 ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ບໍລິຄໍາໄຊ ໄດ້ລົງຊຸກຍູ້ຕິດຕາມ ການຜະລິດພືດລະດູແລ້ງ ຢູ່ເມືອງທ່າພະບາດ ໂດຍການນຳພາທາງຂອງ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ ໂດຍມີພະແນກການທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງ ເຂົ່າຮ່ວມ.

ໂອກາດໄດ້ລົງມາຊຸກຍູ້ ແມ່ນໄດ້ລົງກວດກາເບິ່ງສະພາບແມ່ນໍ້າຂອງແຫ້ງ ເຮັດໃຫ້ເກີດຫາດຊາຍປົ່ງ ຢູ່ບ້ານສາຍພາຍ, ພ້ອມກັນນັ້ນ ກໍ່ໄດ້ສໍາຫຼວດ ແລະ ວາງແຜນກໍ່ສ້າງຝາຍເກັບນໍ້າປະຕູ ປິດ-ເປີດນໍ້າ ເພື່ອເຮັດໃຫ້ປະຊາຊົນມີນໍ້າໃຊ້ເຂົ້າໃນການຜະລິດພືດລະດູແລ້ງ, ຈາກນັ້ນ ທ່ານກໍ່ໄດ້ເດີນທາງໄປເບິ່ງການປູກມັນດ້າງຂອງປະຊາຊົນບ້ານສາຍພາຍ ແລະ ເບິ່ງປະຊາຊົນບ້ານຜາໂປງ ປູກຜັກສະອາດເຮືອນຮົ່ມ ພ້ອມທັງໄປເບິ່ງ ການຜະລິດໄຟຟ້າດ້ວຍພະລັງງານແສງອາທິດ ເຂົ້າໃນການຜະລິດພືດລະດູແລ້ງ ຢູ່ບ້ານຫາດໄຊ, ໄປກວດກາເບິ່ງຝາຍເກັບນໍ້າຫ້ວຍຍາງ ເຊິ່ງມີບາງຈຸດເຮັດໃຫ້ປະຕູເກັບນໍ້າບໍ່ຢູ່, ສະນັ້ນ ຈຶ່ງໄດ້ຄົ້ນຄ້ວາຊອກຫາວິທີແກ້ໄຂ ແລະ ປັບປຸງຈຸດດັ່ງກ່າວ.

 

About admin11