ເມືອງຄຳເກີດ ໃຫ້ວັກຊີນກັນພະຍາດໂປຼລິໂອ ແລະ ພະຍາດໝາກແດງ

ໃນວັນທີ 23 ພະຈິກ 2020 ຢູ່ທີ່ຫ້ອງການບ້ານໃຫຍ່ໜອງປອ໋ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກຳໃຫ້ວັກຊິນກັນພະຍາດໂປຼລິໂອ, ໝາກແດງໃຫຍ່, ໝາກແດງນ້ອຍ ສຳລັບເດັກນ້ອຍລຸ່ມອາຍຸ 5 ປີ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ.

ທ່ານ ດຣ ອ່ອນສີ ສີຈັນທະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງຄຳເກີດ ໄດ້ຊີ້ແຈງກ່ຽວກັບຜົນຮ້າຍຂອງພະຍາດໂປຼລິໂອ, ໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເປັນພະຍາດທີ່ຮ້າຍແຮງ, ຖ້າເປັນແລ້ວ ບໍ່ຮູ້ຮັກສາຈະເຮັດໃຫ້ກາຍເປັນຄົນພິການ, ພະຍາດດັ່ງກ່າວ ເປັນພະຍາດຕິດຕໍ່ໄດ້ງ່າຍ ເກີດຂຶ້ນຈາກລະບົບຫາຍໃຈ ແລະ ລະບົບທາງເດີນອາຫານ.

           ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ມີເດັກນ້ອຍອາຍຸ 5 ປີ ໃຫ້ມີຄວາມຕື່ນຕົວ ພາລູກຫຼານຂອງຕົນ ມາສັກຢາເພື່ອກັນພະຍາດໂປຼລິໂອ, ໝາກແດງໃຫຍ່, ໝາກແດງນ້ອຍ ແລະ ເດັກນ້ອຍທີ່ໃຫ້ວັກຊີນກັນພະຍາດຮອບປົກກະຕິຂອງເດືອນ ຍັງບໍ່ທັນຄົບ. ທັງນີິ້ ກໍ່ເພື່ອກັນການເປັນພະຍາດ, ເພື່ອໃຫ້ເດັກມີສຸຂະພາບທີ່ດີ ແລະ ມີການຂະຫຍາຍຕົວສົມໄວຈະເລີນພັນ ອັນສົມຄວນ.

ຫລັງຈາກນັ້ນ ທິມງາມແພດ ກໍ່ໄດ້ລົງຢອດຢາໃຫ້ເດັກ ຢູ່ບ້ານທົ່ງແປ ແລະ ຈະໄດ້ດຳເນີນໄປ ຈົນຮອດ 5 ວັນ.

 

About admin11