ຮອງເຈົ້າແຂວງ ມອບເງິນສົດ, ເຄືອງອຸປະໂພກ-ບໍລິໂພກ ໃຫ້ທະຫານກອງພັນ 617 ແລະ ລົງຕິດຕາມສະພາບຄວາມເສຍຫາຍ ຂອງເສັ້ນທາງ ເລກ 8A

ເພື່ອເປັນການໃຫ້ກຳລັງໃຈ ໃນການປະຕິບັດໜ້າທີ່ ຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖວມ ແລະ ເຫດດິນເຊາະເຈືອນທັບເສັ້ນທາງຫຼວງແຫ່ງຊາດ ເລກ 8A ໃນວັນທີ 9 ສິງຫາ 2023 ຢູ່ສະໂມສອນບ້ານໜອງກອກ ເມືອງຄໍາເກີດ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນຳເງິນສົດ ຈໍານວນ 5 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ທະຫານກອງພັນ 617 ໃຫ້ກຽດຮັບໂດຍ ທ່ານ ພັທ ເຄນອ້ວນ ບຸນພະຈັນ ຮອງຫົວໜ້າການທະຫານກອງພັນ 617 ມີຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ນາຍທະຫານກອງພັນ 617 ເຂົ້າຮ່ວມ.

ຈາກນັ້ນ ທ່ານຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຍັງໄດ້ລົງຕິດຕາມສະພາບຄວາມເສຍຫາຍ ຂອງເສັ້ນທາງຫຼວງແຫ່ງຊາດ ເລກ 8A ເຂດເຊື່ອມຕໍ່ ເມືອງຄໍາເກີດ ແຂວງບໍລິຄຳໄຊ ຫາ ເມືອງຄູນຄໍາ ແຂວງຄໍາມ່ວນ ທີ່ໄດ້ຮັບຜົນກະທົບຈາກດິນເຈື່ອນທັບເສັ້ນທາງຫຼາຍຈຸດ ຕາມການລາຍງານຂອງຄະນະຮັບຜິດຊອບ ໄດ້ໃຫ້ຮູ້ວ່າ ໄດ້ສຸມໃສ່ແກ້ໄຂດິນເຈື່ອນອອກຈາກເສັ້ນທາງ ໄລຍະທາງ 10 ກິໂລແມັດ ການຈັດຕັ້ງປະຕິບັດແມ່ນໄດ້ຮັບຄວາມເອົາໃຈໃສ່ສູງ ແລະ ມີຄວາມຄືບໜ້າຈໍານວນໜຶ່ງ, ປັດຈຸບັນຍັງເຫຼືອອີກ 3 ກິໂລແມັດ ເຊີ່ງມີຄວາມຫຍຸງຍາກຫຼາຍ ເພາະບາງຈຸດຖືກດິນທັບຖົມສູງກວ່າ 10 ແມັດ, ສຳລັບປະຊາຊົນທີ່ຕົກຄ້າງຢູ່ເຂດດັ່ງກ່າວ ແມ່ນສາມາດຊ່ວຍເຫຼືອອອກມາໄດ້ຢ່າງປອດໄພ ແລະ ສາມາດເຄື່ອນຍ້າຍພາຫະນະທີ່ຕົກຄ້າງ ອອກມາໄດ້ຈໍານວນໜຶ່ງ.

ໂອກາດດັ່ງກ່າວ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນກຽວຂ້ອງ ຈົ່ງໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງ ສະພາບການນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ແລະ ດໍາເນີນການແກ້ໄຂດິນເຈື່ອນອອກຈາກເສັ້ນທາງ ຕາມຄວາມເໝາະສົມ ແລະ ສະພາບຄວາມເປັນຈິງ.

About admins14