ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ລົງເຄື່ອນໄຫວເຮັດວຽກຢູ່ເມືອງວຽງທອງ

ໃນວັນທີ 9 ສິງຫາ 2023 ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ລົງເຄື່ອນໄຫວເຮັດວຽກຢູ່ເມືອງວຽງທອງ ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຂອງເມືອງວ່າ: ເມືອງວຽງທອງມີ 34 ບ້ານ, ມີພົນລະເມືອງທັງໝົດ 31.234 ຄົນ, ມີ 5.315 ຫຼັງຄາເຮືອນ, ມີ 5.349 ຄອບຄົວ, ບ້ານທີ່ໄດ້ຮັບຜົນກະທົບມີ 18 ບ້ານ ສ່ວນຫຼາຍແມ່ນເປັນເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນ, ເສັ້ນທາງນໍ້າຢ້າງຫາຈອມທອງ ມີດີນເຈື່ອນຢູ່ຕາມເສັ້ນທາງ 1D ມີ 06 ຈຸດ ເຂດພູຫຼັກພັນ 02 ຈຸດ ແລະ ພູນົກກົກ 04 ຈຸດ ແຕ່ໄດ້ຮັບການແກ້ໄຂແລ້ວ, ເສັ້ນທາງແຕ່ຈອມທອງ ຫາ ທອງມີໄຊ ມີດິນເຊາະເຈື່ອນຕັນທາງຫຼາຍຈຸດ, ຂົວນໍ້າຕາກຖືກນໍ້າສຸຂາດ, ສາມາດໄປມາໄດ້ແຕ່ພົບຄວາມຫຍຸ້ງຍາກ, ເຂດຈວນ ແລະ ເຂດນາເມືອງ ລະບົບເສັ້ນທາງແຕ່ ບ້ານວັງຫີນ ຫາ ບ້ານວັງພຽງ ແລະ ບ້ານນໍ້າກູ້ ມີດີນເຊາະເຈື່ອນຕັນທາງເປັນບາງຈຸດ ການໄປມາໄດ້ແຕ່ພົບຄວາມຫຍຸ້ງຍາກ, ເສົາໄຟຟ້າຫຼາຍຕົ້ນໄດ້ຮັບຄວາມເສຍຫາຍບໍ່ສາມາດນໍາໃຊ້ໄຟຟ້າໄດ້ ຈໍານວນ 5 ບ້ານທີ່ຖືກກະທົບໜັກ ຢູ່ເຂດນາເມືອງ ແລະ ເຂດຈວນ, ໂຮງຮຽນຖືກນໍ້າຖ້ວມຂັງມີຈຳນວນ 3 ແຫ່ງ ແຕ່ປັດຈຸບັນນໍ້າບົກແຫ້ງແລ້ວ ສາມາດນໍາໃຊ້ໄດ້ປົກກະຕິ.

ດ້ານການຊ່ວຍເຫຼືອເບື້ອງຕົ້ນ ຄະນະກຳມະການຕ້ານໄພພິບັດຂັ້ນເມືອງໄດ້ປຶກສາຫາລືວາງແຜນຢ່າງທັນການໃນການຊ່ວຍເຫຼືອຜູ້ທີ່ປະສົບໄພພິບັດ ໂດຍສົມທົບກັບກຳລັງ ປກຊ-ປກສ ໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືຜົນກະທົບໃນການເຄື່ອນຍ້າຍວັດຖຸສິ່ງຂອງ, ສັດລ້ຽງປະເພດຕ່າງໆ ໄດ້ທັນກັບເຫດການທີ່ເກີດຂຶ້ນໄວ້ທີ່ປອດໄພຢ່າງທັນການ. ສ່ວນການຕອບໂຕ້ສຸກເສີນທາງຄະນະກໍາມະການຂັ້ນເມືອງຂອງພວກເຮົາໄດ້ໃຫ້ການຊ່ວຍເຫຼືອປະຊາຊົນ ເຂດທີ່ ມີຈຸດສ່ຽງໄພໄປສູ່ເຂດຈຸດປອດໄພ, ສ່ວນຂໍ້ມູນຜົນເສຍຫາຍອື່ນໆ ເປັນຕົ້ນແມ່ນຜົນເສຍຫາຍຕໍ່ເນື່ອທີ່ທຳການຜະລິດຂອງປະຊາຊົນທົ່ວເມືອງ ແມ່ນຍັງບໍ່ສາມາດເກັບກຳລະອຽດໄດ້ ເນື່ອງຈາກບາງຈຸດນໍ້າຍັງຖ້ວມຂັງຢູ່, ສໍາລັບປະຊາຊົນແມ່ນມີ ຄວາມປອດໄພ.

ຕໍ່ບັນຫາດັ່ງກ່າວ ທ່ານຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ເນັ້ນໃຫ້ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສບາງວຽກງານທີ່ສຳຄັນ ເປັນຕົ້ນແມ່ນການເກັບກຳຂໍ້ມູນຕ້ອງລະອຽດຈະແຈ້ງ, ສ້າງແຜນໃນການດຳເນີນງານໃຫ້ລະອຽດ, ປັບປຸງລະບົບການແຈ້ງເຕືອນ ແລະ ຊ່ວຍເຫຼືອປະຊາຊົນເຂດທີ່ມີຈຸດສ່ຽງໄພ ໄປສູ່ເຂດປອດໄພ ໃຫ້ທັນເວລາ, ບັນເທົາທຸກໃຫ້ວ່ອງໄວ ຕໍ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ, ແກ້ໄຂດິນເຊາະເຈື່ອນຕາມເສັ້ນທາງ, ລະບົບໄຟຟ້າ ໃຫ້ໄດ້ຮັບການປັບປຸງຢ່າງຮີບດ່ວນ, ກະກຽມປ້ອງກັນການຕ້ານພະຍາດລະບາດ ຫຼັງນ້ຳຖ້ວມ ໂດຍສະເພາະພະຍາດລະບາດສູ່ຄົນ, ພະຍາດພືດ ແລະ ພະຍາດສັດລ້ຽງ ແລະ ບັນຫາອື່ນໆ.

ພ້ອມນີ້ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຍັງໄດ້ມອບເງິນຈຳນວນ 10 ລ້ານກີບ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານ ຕາງໜ້າຮັບໂດຍທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ.

About admins16