ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ເນັ້ນບາງວຽກງານສຳຄັນ ຢູ່ເມືອງຄໍາເກີດ

ໃນວັນທີ 10 ສິງຫາ 2023 ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ລົງເຄື່ອນໄຫວເຮັດວຽກຢູ່ເມືອງຄໍາເກີດ ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຜາສູກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານຫຍໍ້ວ່າທົ່ວເມືອງ ມີບ້ານທີ່ຖືກນໍ້າຖ້ວມ 35 ບ້ານ, ຖ້ວມໜັກ 5 ບ້ານ, 1.058 ຫຼັງຄາເຮືອນ, ມີດີນເຈື່ອນຢູ່ຕາມເສັ້ນທາງ ພາຍໃນເມືອງ ໂດຍສະເພາະແມ່ນທາງເລກ 8A ຈຸດທີ່ດິນເຈື່ອນໜັກແມ່ນຢູ່ເຂດພູໄຮ, ເນື້ອທີ່ນາທີ່ຖືກນໍ້າຖ້ວມ 1.200 ກວ່າເຮັກຕ່າ, ເນື້ອທີ່ສວນມັນຕົ້ນ 1.400 ກວ່າເຮັກຕ່າ ແລະ ເນື້ອທີ່ປູກພືດອື່ນໆ 35 ເຮັກຕ່າ, ຊົນລະປະທານ 1 ແຫ່ງ, ມີສັດຕາຍ 2 ພັນກວ່າໂຕ ແລະ ໄດ້ຜົນກະທົບອື່ນໆ. ຫຼັງຈາກນັ້ນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັນເມືອງ ກໍ່ໄດ້ມີການສະເໜີລາຍງານ ບາງວຽກງານສຳຄັນ ເປັນຕົ້ນແມ່ນການຊ່ວຍເຫຼືອບັນເທົາທຸກ ຕໍ່ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບ, ການແກ້ໄຂເສັນທາງທີ່ຖືກດິນເຈື່ອນທັບ, ວຽກງານສາທາລະນະສຸກ ແລະ ອື່ນໆ.

ຕໍ່ວຽກງານດັ່ງກ່າວ ທ່ານຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ເນັ້ນບາງວຽກງານສໍາຄັນໃນຕໍ່ໜ້າ ເປັນຕົ້ນແມ່ນການຊ່ວຍເຫຼືອປະຊາຊົນເຂດທີ່ມີຈຸດສ່ຽງໄພ ໄປສູ່ເຂດປອດໄພ ໃຫ້ທັນເວລາ, ບັນເທົາທຸກໃຫ້ວ່ອງໄວ ຕໍ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ, ແກ້ໄຂດິນເຊາະເຈື່ອນຕາມເສັ້ນທາງ, ການຟື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ຫຼັງໄພນ້ຳຖວມ, ການຕ້ານ, ການປ້ອງກັນພະຍາດລະບາດ ແລະ ວຽກງານອື່ນໆ.

ໂອກາດນີ້ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຍັງໄດ້ມອບເງິນຈຳນວນ 10 ລ້ານກີບ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານ ຕາງໜ້າຮັບໂດຍ ທ່ານ ຜາສູກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ.

About admins14