ຮອງເຈົ້າແຂວງເນັ້ນ 5 ວຽກງານສຳຄັນ ທີ່ ຖວທ ແຂວງ ຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ

ກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການ 2023 ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ກຸມພາ 2023 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ກອງວິຊາການ, ຫົວໜ້າຫ້ອງການ ຖວທ 7 ຕົວເມືອງ, ພະແນກການ ແລະ ຜູ້ປະກອບການທຸລະກິດເຂົ້າຮ່ວມ.

ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກ ຖວທ ແຂວງ ໄດ້ລາຍງານກ່ຽວກັບຜົນກອງປະຊຸມວິຊາການ 1 ວັນຜ່ານມາວ່າ: ກອງປະຊຸມດ້ານວິຊາການວຽກງານ ຖວທ ທົ່ວແຂວງບໍລິຄຳໄຊ ປະຈຳປີ 2022 ດໍາເນີນດ້ວຍຄວາມຮັບຜິດຊອບສູງຂອງບັນດາທ່ານເຂົ້າຮ່ວມ ແລະ ໄດ້ພ້ອມກັນຄົ້ນຄວ້າລົງເລິກ ປະກອບຄຳຄິດຄຳເຫັນຢ່າງກົງໄປ-ກົງມາ ຜ່ານການປະກອບຄໍາຄິດ-ຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຫັນດີເປັນເອກະພາບກັນຄື: ຂອດການປະສານເຖີງວ່າຈະມີຄວາມຄ່ອງຕົວແລ້ວເປັນສ່ວນໃຫຍ່ ແຕ່ມີບາງຈຸດຄວນໄດ້ເອົາໃຈໃສ່ຕື່ມ ໂດຍສະເພາະການປະສານງານດ້ານສະຖິຕິ, ການສະຫຼຸບ ການສົ່ງເອກະສານຕ່າງໆ ໃຫ້ທ່ວງທັນຕາມກຳນົດເວລາ, ດ້ານນິຕິກຳເຫັນວ່າມີຫຼາຍພໍສົມຄວນແລ້ວ ແຕ່ການຈັດຕັ້ງປະຕິບັດນິຕິກຳນັ້ນ ມີບາງນິຕິກຳຍັງບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ.

ການຈັດຕັ້ງປະຕິບັດການໂຄສະນາແນວທາງຂອງພັກ, ລັດຜ່ານສື່ຕ່າງໆ ໂດຍສະເພາະໂທລະໂຄ່ງຍັງບໍ່ທັນເປັນລະບົບ ບາງບ້ານ, ບາງເມືອງ ຍັງບໍ່ທັນສາມາດຖ່າຍທອດຂ່າວຈາກສູນກາງ ແລະ ແຂວງ, ການຈັດຕັ້ງປະຕິບັດ ໃນການຮັບຮອງຄອບຄົວ ແລະ ບ້ານວັດທະນະທຳ ເຫັນວ່າໄດ້ຫຼາຍພໍສົມຄວນແລ້ວ ແຕ່ບັນດາບ້ານວັດທະນະທຳເຫຼົ່ານັ້ນ ຍັງບໍ່ທັນໄດ້ຮັບການກວດກາຄືນ, ສະເໜີໃຫ້ສ້າງລະບົບຂໍ້ມູນຂ່າວສານດ້ານການບໍລິການໃຫ້ເປັນລະບົບຄົບຊຸດ ເພື່ອອຳນວຍຄວາມສະດວກໃຫ້ເເກ່ຜູ້ປະກອບການ ແລະ ນັກທ່ອງທ່ຽວ ເຂົ້າມາພາຍໃນແຂວງບໍລິຄຳໄຊ ເພື່ອເຮັດໃຫ້ການບໍລິການມີການເຊື່ອມໂຍງ-ຕໍ່ເນື່ອງ ລະຫວ່າງເຮືອນພັກ-ໂຮງແຮມ, ຮ້ານອາຫານ, ຮ້ານບັນເທີງ ແລະ ສະຖານທີ່ທ່ອງທ່ຽວ.

ເພື່ອເປັນທິດທາງໃນການກຳນົດຈຸດສຸມ ເພື່ອປັບປຸງ, ພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທ່ານຮອງເຈົ້າແຂວງ ໄດ້ເນັ້ນໃຫ້ເອົາໃຈໃສ່ ການນໍາພາ ການເມືອງ-ແນວຄິດເປັນອັນສຳຄັນ, ປັນຄັນທຸງນຳ ໜ້າ, ເປັນແບບຢ່າງຮອບດ້ານ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ຕິດພັນກັບການເອົາໃຈ ໃສ່ຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ -ລັດ ວາງ ອອກໃນແຕ່ລະໄລຍະ, ໃຫ້ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງຕາມທິດຂອງກະຊວງ ຖວທ ກຳນົດໃຫ້ສຳເລັດພ້ອມທັງປັບປຸງ, ຊັບຊ້ອນ, ບັນຈຸພະນັກງານໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ ຂອງແຕ່ລະໜ້າທີ່ວຽກງານ, ປັບປຸງຍົກລະດັບວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ເປັນທັນສະໄໝ ດ້ວຍການຫັນປ່ຽນຈາກລະບົບເກົ່າ ລະບົບອະນາລັອກ ໄປສູ່ລະບົບດິຈິຕອລ ເທື່ອລະກ້າວ ພ້ອມທັງປັບປຸງ ແລະ ສ້າງຕັ້ງສະຖານີວິທະຍຸຊຸມຊົນຢູ່ເມືອງທີ່ບໍ່ທັນມີ.

ຈັດກອງປະຊຸມສຳມະນາວິຊາການ ເພື່ອຄົ້ນຄວ້າປັບປຸງຄືນກ່ຽວກັບການຈັດພິມ, ຈຳໜ່າຍໜັງສືພິມລາຍສັບປະດາຂອງແຂວງ ໃຫ້ມີຄວາມເຂັ້ມແຂງ, ຫັນໄປນຳໃຊ້ສື່ສັງຄົມແບບໃໝ່ເປັນຕົ້ນ: ເວບໄຊ, ສ້າງຊ່ອງເຟສບຸກ ແລະ ຊ່ອງຢູທູບ ເພື່ອນຳເອົາແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ລົງສູ່ສັງຄົມໃຫ້ກວ້າງຂວາງ, ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານຂະບວນການສ້າງ ບ້ານວັດທະນະທໍາໃຫ້ ໄດ້ທັງປະລິມານ ແລະ ຄຸນນະພາບໄປຄູ່ກັນ, ສຸມໃສ່ກວດກາຄືນບັນດາບ້ານ ທີ່ໄດ້ຮັບຮອງແລ້ວ ໄປແລ້ວນັ້ນຄືນໃໝ່ ເພື່ອໃຫ້ຮູ້ວ່າບ້ານໃດຍັງຄົງຮັກສາມາດຕະຖານໄວ້ໄດ້, ເອົາໃຈໃສ່ໂຄສະນາ, ພັດທະນາ, ຄຸ້ມຄອງແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ທ່ອງທ່ຽວກະສິກຳ ແລະການທ່ອງທ່ຽວແບບຍືນຍົງ ປະຊາຊົນມີສ່ວນຮ່ວມ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະບັນດາຫົວໜ່ວຍທຸລະກິດ ຈັດຕັ້ງປະຕິບັດ ແຜນພັດທະນາວຽກງານທ່ອງທ່ຽວຂອງແຂວງ ປີ 2021-2025 ໃຫ້ໄດ້ຮັບຜົນດີ.

About admins16