ບໍລິຄຳໄຊ ເຊື່ຶອມຊຶມ ແລະ ຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານການເມືອງ – ແນວຄິດ ທົ່ວປະເທດ ຄັ້ງທີ V

ກອງປະຊຸມເຊື່ຶອມຊຶມ ແລະ ຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານການເມືອງ – ແນວຄິດ ທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2023 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳ, ກຳມະການພັກແຂວງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມ.

ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ເຜີຍແຜ່ເອກະສານບົດຊີ້ນຳ ແລະ ບົດກ່າວປິດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຕໍ່ວຽກງານການເມືອງ – ແນວຄິດ ທົ່ວປະເທດ ຄັ້ງທີ V ໂດຍທ່ານຍົກໃຫ້ເຫັນວ່າ ວຽກງານການເມືອງ – ແນວຄິດ ຖືໄດ້ວ່າເປັນສະໜາມຮົບແຖວໜ້າອັນໜຶ່ງ ເຮົາຕ້ອງເຮັດໃຫ້ການຕໍ່ສູນີ້ກ້າວໄປເຖິງຈຸດໝາຍ ທີ່ວ່າ “ຄວາມຖືກຕ້ອງ, ເປັນທຳນັ້ນ ຕ້ອງຕີຖອຍແນວຄິດຜິດເຂວ ອອກໄປ, ສຸດທ້າຍແນວຄິດຖືກຕ້ອງ, ການກະທຳທີ່ຖືກຕ້ອງ ເອົາຊະນະແນວຄິດບໍ່ຖືກຕ້ອງ ແລະ ຜິດເຂວ ໃຫ້ໄດ້, ເດັດດ່ຽວ ບໍ່ປ່ອຍໃຫ້ຄວາມຄິດ ແລະ ການກະທໍາ ທີ່ຜິດເຂວ ກືນກິນເນື້ອທີ່ ແລະ ຄອບງໍາ ມັນສະໝອງ ຫຼື ແນວຄວາມຄິດ ຂອງສະມາຊິກພັກ ແລະ ປະຊາຊົນເຮົາ ໄດ້ເປັນອັນຂາດ”.

ທ່ານຍັງເນັ້ນໜັກບາງມາດຕະການ ທີ່ກຳຈັດປັດເປົ່າແນວຄິດ ແລະ ການກະທຳທີ່ຜິດເຂວ, ຜິດພາດ ອອກຈາກພັກ, ການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ ແຕ່ເທິງລົງລຸ່ມ ຕ້ອງປະຕິບັດຕາມຄໍາຂວັນທີ່ວ່າ “ເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ” ຫຼື ເວົ້າງ່າຍໆວ່າ “ເວົ້າແລ້ວ ຕ້ອງເຮັດຄືກັບເວົ້າ”, ການແກ້ໄຂບັນດາບັນຫາ ທີ່ພະນັກງານ, ປະຊາຊົນຊັ້ນຄົນຕ່າງໆ ຕັ້ງຂຶ້ນ, ການໃຊ້ຄວາມຄິດ, ໃຊ້ສະໝອງ, ໃຊ້ສະຕິປັນຍາ, ໃຊ້ຄວາມດີ, ຄວາມໜັກແໜ້ນ, ຄວາມປອດໃສຂອງພັກ ເປັນອາວຸດຕໍ່ສູ້ ແລະ ການປ່ຽນແປງໃໝ່ ວຽກງານໂຄສະນາແນວທາງ, ນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.

ພ້ອມນີ້ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ໄດ້ເຜີຍແຜ່ເອກະສານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2003-2022 ທີ່ຍົກໃຫ້ເຫັນຜົນສໍາເລັດການນໍາພາຂອງພັກ, ການສຶກສາອົບຮົມທິດສະດີ ແລະ ແນວທາງນະໂຍບາຍຂອງພັກ ທີ່ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ເຄື່ອນໄຫວມີປະສິດຜົນດີຂຶ້ນ, ພ້ອມນັ້ນ ວຽກງານຄົ້ນຄວາທິດສະດີ ແລະ ສະຫຼຸບພຶດຕິກຳ, ວຽກງານໂຄສະນາ, ປາຖະກະຖາ ແລະ ປຸກລະດົມ ຂອງພັກ, ວຽກງານກົງຈັກ, ພະນັກງານ ແລະ ປັບປຸງພື້ນຖານວັດຖຸ-ເຕັກນິກ, ການພົວພັນ-ຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນກັບບັນດາເພື່ອນທິດຍຸດທະສາດ ແລະ ສະພາບແນວຄິດ-ຫາງສຽງສັງຄົມ ຕໍ່ການນໍາພາຂອງພັກ ກໍ່ສືບຕໍ່ໄດ້ຮັບການຈັດຕັ້ງເຄື່ອນໄຫວ, ປັບປຸງ, ຍົກລະດັບ ແລະ ມີການຫັນປ່ຽນໃນທາງທີ່ດີຂຶ້ນເປັນກ້າວໆ.

ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານການເມືອງ-ແນວຄິດ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ໄລຍະແຕ່ປີ 2017-2022 ແລະ ທິດທາງຮອດປີ 2025 ແລະ ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ເຂົ້າໃນຊີວິດສັງຄົມຕົວຈິງ.

About admins14