ກອງປະຊຸມອົງການປົກຄອງ ເມືອງປາກກະດິງ ປະຈຳປີ 2022

ກອງປະຊຸມອົງການປົກຄອງເມືອງປາກກະດິງ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2023 ທີ່ຫ້ອງວ່າການຂອງເມືອງ ເປັນປະທານໂດຍ ທ່ານ ພູເຂົາເງິນ ອິນທະວົງ ເຈົ້າເມືອງປາກກະດິງ, ມີການນໍາຂອງເມືອງ, ຫົວໜ້າກອງບັນຊາການ ປກຊ – ປກສ ພ້ອມດ້ວຍຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ເຫັນວ່າ ໄດ້ສຸມທຸກເງື່ອນໄຂ ແລະ ທ່າແຮງທີ່ມີ ດ້ວຍຄວາມພະຍາຍາມຢ່າງຕັ້ງໜ້າ ປະຕິບັດຄາດໝາຍທີ່ກຳນົດໄວ້ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ມີຈັງຫວະເຕີບໂຕ, ສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງ ມີຄວາມອຸ່ນອຽງທຸ່ນທ່ຽງເຊື່ອໝັ້ນ ແລະ ເຂົ້າຮ່ວມຂະບວນການປະຕິບັດ 2 ໜ້າທີ່ຍຸດທະສາດ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດບັນດາແຜນວຽກຈຸດສູມບູລິມະສິດ ທີ່ສະພາຮັບຮອງ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ໂດຍລວມແມ່ນປະສົບຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້.

ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໂດຍສະເພາະແມ່ນວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ການຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບບັນຫາຢາເສບຕິດ, ການຂຶ້ນທະບຽນຖານລາຍຮັບ, ວຽກງານປ່າໄມ້, ການຄຸ້ມຄອງການກໍ່ສ້າງເສັ້ນທາງ, ການແກ້ໄຂບັນຫາທີ່ດິນ ແລະ ສິ່ງແວດລ້ອມ, ການປັບປຸງວຽກງານການສຶກສາ ແລະ ອື່ນໆ.

About admins14