ຮອງເຈົ້າແຂວງບໍລິຄໍາໄຊ ລົງເຄື່ອນໄຫວຊຸກຍູ້ການຮຽນ – ການສອນ ຢູ່ໂຮງຮຽນເຕັກນິກວິຊາຊີບແຂວງ

ໃນຕອນບ່າຍວັນທີ 10 ມັງກອນ 2023 ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຮ່ວມກັບຄູ – ອາຈານ ຢູ່ໂຮງຮຽນ ເຕັກນິກ ວິຊາຊີບ ແຂວງບໍລິຄໍາໄຊ ໂດຍການຕ້ອນຮັບຂອງທ່ານ ວິໂລດ ເລື່ອງຕະກຸນ ຜູ້ອໍານວຍການ ໂຮງຮຽນ ເຕັກນິກວິຊາຊີບແຂວງ, ມີທ່ານ ລົມ ແພງສຸກ ຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ, ບັນດາຄູ – ອານຈານ ພາຍໃນໂຮງຮຽນ, ຫົວໜ້າຂະແໜ່ງການທີກ່ຽວຂ້ອງຕະຫຼອດຮອດ ນັກສຶກສາພາຍໃນໂຮງຮຽນ ເຂົ້າຮ່ວມ.

ທ່ານ ວິໂລດ ເລື່ອງຕະກຸນ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆວ່າ: ໂຮງຮຽນເຕັກນິກ-ວິຊາຊີບ ບໍລິຄຳໄຊ ເປັນສະຖານອາຊີວະສຶກສາແຫ່ງໜຶ່ງ ທີ່ມີສາຍຕັ້ງຂື້ນກັບກົມອາຊີວະສຶກສາ ແລະ ການບໍລິຫານຄຸ້ມຄອງຂື້ນກັບພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ, ສ້າງຕັ້ງຂຶ້ນໃນວັນທີ 25 ກັນຍາ 2002, ຕະຫຼອດໄລຍະຜ່ານມາ ໄດ້ຮັບການປັບປຸງພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກ ແລະ ພັດທະນາສື່ການຮຽນ-ການສອນ, ຍົກສູງຄຸນນະພາບການສຶກສາ ໃຫ້ສອດຄອງກັບການພັດທະນາເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະ, ໄດ້ສ້າງພະນັກງານວິຊາການດ້ານການບໍລິການ, ການຜະລິດ ແລະ ອຸດສາຫະກຳ ໃນສາຂາອາຊີບຕ່າງໆ, ຕອບສະໜອງແຮງງານທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືເສດຖະກິດສັງຄົມແຂວງບໍລິຄຳໄຊໄດ້ຈຳນວນ 2.637 ຄົນ, ຍິງ 1.307 ຄົນ, ໂຄງຮ່າງການຈັດຕັ້ງແບ່ງອອກເປັນ 3 ໜ່ວຍງານ ຄື: ບໍລິຫານ-ຈັດຕັ້ງ, ວິຊາການ, ກິດຈະການນັກສຶກສາ ແລະ 4 ຂະແໜງວິຊາສະເພາະ ຄື: ຂະແໜງວິຊາບໍລິຫານທຸລະກິດ, ອຸດສາຫະກຳ, ກະສິກຳ ແລະ ຄະຫະກຳ, ໄດ້ຈັດຕັ້ງປະຕິບັດຫຼັກສູດທີ່ຈັດການຮຽນ-ການສອນທັງໝົດ 19 ຫຼັກສູດ ຄື: ລະບົບຝຶກອົບຮົມໄລຍະສັ້ນມີ 5 ສາຂາວິຊາ: ຕັດຫຍິບ, ສ້ອມແປງລົດຈັກ, ປຸງແຕ່ງອາຫານ, ປູກຝັງ, ຕິດຕັ້ງໄຟຟ້າເຕັກນິກ.

ລະບົບ 9+3 ມີ 4 ສາຂາວິຊາ: ປູກຝັງ, ລ້ຽງສັດ, ສ້ອມແປງລົດຍົນ, ໄຟຟ້າເຕັກນິກ, ລະບົບ 12+2 ມີ 8 ສາຂາວິຊາ: ປູກຝັງ, ລ້ຽງສັດ, ການບັນຊີ, ກໍ່ສ້າງເຄຫາ, ຊ່າງເຝີນີເຈີ, ສ້ອມແປງ ລົດຍົນ, ໄຟຟ້າເຕັກນິກ, ປຸງແຕ່ງອາຫານ-ບໍລິການເຄື່ອງດື່ມ, A ຊັ້ນສູງ ຕໍ່ເນື່ອງ ມີ 3 ສາຂາວິຊາ ການບັນຊີ, ປູກຝັງ, ລ້ຽງສັດ, ມີຄູສອນທັງໝົດ 63 ຄົນ, ຍິງ 28 ຄົນ, ມີລະດັບການສຶກສາປະລິນຍາໂທ 7 ຄົນ, ຍິງ 1 ຄົນ, ປະລິນຍາຕີ 28ຄົນ, ຍິງ 14 ຄົນ, ຊັ້ນສູງ 22 ຄົນ, ຍິງ 8 ຄົນ, ຊັ້ນກາງ 5 ຄົນ, ຍິງ 4 ຄົນ, ຊັ້ນຕົ້ນ 1 ຄົນ, ຍິງ 1 ຄົນ.

ປະຈຸບັນ ມີນັກສຶກສາທັງໝົດຈຳນວນ 410 ຄົນ, ຍິງ 141 ຄົນ, ລະດັບວິຊາຊີບຊໍານານງານລະດັບ 1 ຈຳນວນ 60 ຄົນ, ຍິງ 41 ຄົນ, ໃນນັ້ນ ມີນັກສຶກສາສາມັນວິຊາຊີບ 60 ຄົນ, ລະດັບຊັ້ນກາງ 9+3 ຈຳນວນ 49 ຄົນ, ຍິງ 3 ຄົນ, ລະດັບຊັ້ນກາງ 12+2 ຈຳນວນ 281 ຄົນ, ຍິງ 93 ຄົນ, ຊັ້ນສູງຕໍ່ເນື່ອງ 20 ຄົນ, ຍິງ 16 ຄົນ, ມີນັກສຶກສາທີ່ພັກອາໃສຢູ່ຫໍພັກຂອງໂຮງຮຽນ ຈຳນວນ 166 ຄົນ, ຫໍພັກຊາຍ 100 ຄົນ, ຫໍພັກຍິງ 66 ຄົນ.

ໂອກາດດັ່ງກ່າວ ທ່ານຮອງເຈົ້າແຂວງ ຍັງໄດ້ກ່າວສະແດງຄວາມ ຍ້ອງຍໍ – ຊົມເຊີຍ ມາຍັງ ຄະນະຄະອໍານວຍການ ຄູ – ອາຈານ ຕະຫຼອກຮອດພະແນກການທີກ່ຽວຂ້ອງ ແຕ່ລະຂັ້ນທີໄດ້ເອົາໃຈໃສ່ໃກ້ຊິກຕິດແທດ ຈັດຕັ້ງປະຕິບັດວຽກງານຂອງຕົນສໍາເລດຜົນຕະລອດໄລຍະຜ່ານມາ. ພ້ອມດຽວກັນນັ້ນທ່ານຍັງໄດ້ ມີຄໍາຖາມເຈາະຈີ້ມ ຕໍ່ກັບການຈັດຕັ້ງປະຕິບັດວຽກງານບາງດ້ານ ເພຶ່ອຮັບຟັງການອະບ່າຍຊີແຈ້ງ ຕໍ່ກັບວຽກງານໃນດ້ານຕ່າງທີ່ກຽວຂ້ອງ, ເປັນຕົ້ນແມ່ນ ສະພາບການຮຽນການສອນຂອງຄູ – ອາຈານ ແລະ ນັກສຶກສາ ແລະ ການຕິດຕາມກວດກາ ພາຍລັງນັກສຶກສາທີຮຽນຈົບ.

ຫຼັງຈາກນັ້ນ ທ່ານ ອໍານວຍການໂຮງຮຽນ ໄດ້ນໍາພາທ່ານຮອງເຈົ້າແຂວງ ພ້ອມດ້ວຍຄະນະ ລົງສໍາຫຼວດເບິ່ງການຈັດຕັ້ງປະຕິບັດວຽກງານ ໃນດ້ານຕ່າງໆ ພາຍໃນໂຮງຮຽນ ແລະ ໄດ້ພ້ອມພາກັນ ຫຼິ້ນກິລາບານບານເຕະ ເພຶ່ອຮັດແໜ້ນຄວາມສາມັກຄີ ຢູ່ທີ່ເດີ່ນໂຮງຮຽນດັງກ່າວ ເພື່ອເປັນການສ້າງໂອກາດໃຫ້ກັບນັກກິລາທັງສອງພາກສ່ວນໄດ້ອອກກຳລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຜູກສຳພັນທະໄມຕີໃຫ້ມີຄວາມສະໜິດແໜ້ນຂຶ້ນຕື່ມ, ຜ່ານການແຂ່ງຂັນຜົນປະກົດວ່າ ທີມການນໍາແຂວງ+ພະແນກສຶກສາທິການ ແລະ ກິລາແຂວງເປັນຝ່າຍສາມາດເອົາຊະນະທີມໂຮງຮຽນເຕັກນິກວິຊາຊີບແຂວງໄປໄດ້ 3-2 ປະຕູ.

About admins16