ບໍລິສັດ 999 ມອບເຄື່ອງຊຸກຍູ້ໂຮງຮຽນການເມືອງ – ການປົກຄອງແຂວງ

ໃນຕອນບ່າຍຂອງວັນທີ 10 ມັງກອນ 2023 ບໍລິສັດ 999 ໄດ້ນຳເອົາເຄື່ອງມາມອບໃຫ້ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ, ເປັນກຽດມອບໂດຍທ່ານ ພົງສະທອນ ຕາງໜ້າບໍລິສັດ 999, ໃຫ້ກຽດຮັບໂດຍທ່ານ ສົມນຶກ ລ່ອງອ່ອນ ຮອງຫົວໜ້າອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ ໂດຍຊ້ອງໜ້າຄູອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ຕູ້ນ້ຳເຢັນ 1 ໜ່ວຍ, ໝໍ້ຕົ້ມນ້ຳໄຟຟ້າ 2 ໜ່ວຍ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ລວມມູນຄ່າ 3.600.000 ກີບ, ເຄື່ອງດັ່ງກ່າວທີ່ນຳມາມອບ ແມ່ນຈະໄດ້ນຳໃຊ້ເຂົ້າໃນການບໍລິຫານ ເພື່ອໃຫ້ການຮຽນ-ການສອນຂອງນັກຮຽນທິດສະດີການເມືອງ-ການປົກຄອງແຂວງ ຮຸ່ນທີ 1 ລະບົບ 6 ເດືອນ ແລະ ຮຸ່ນຕໍ່ໆໄປ.

About admins16