ຮອງເລຂາພັກແຂວງບໍລິຄຳໄຊ ອວຍພອນນການນຳແຂວງ ເຫງະອານ ເນື່ອງໃນໂອກາດ ບຸນປີໃໝ່ຫວຽດນາມ ປະຈຳປີ ຄສ 2023

ໃນຕອນບ່າຍຂອງວັນທີ 09 ມັງກອນ 2023 ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການປົກຄອງແຂວງ ເຫງະອານ ສສ ຫວຽດນາມ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ ສປປ ລາວ ພ້ອມດ້ວຍຄະນະພັກຄະນະບັນຊາ ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂັວນ ເຂົ້າອວຍພອນ ການນຳຂັ້ນສູງແຂວງ ເຫງະອານ ສສ ຫວຽດນາມ ເນື່ອງໃນໂອກາດ ບຸນປີໃໝ່ຫວຽດນາມປະຈໍາປີ ຄສ 2023 ໂດຍໄດ້ຖືກຕ້ອນຮັບຢ່າງອົບອູ່ນສະໜິດສະໜົມຈາກສະຫາຍ ຫງວຽນດຶກຈຸງ ຮອງເລຂາພັກ ປະທານຄະນະກຳມະການປະຊາຊົນແຂວງ ອົງການປົກຄອງແຂວງເຫງະອານ ມີການນຳທັງສອງຝ່າຍ ເຂົ້າຮ່ວມ.

ການເຂົ້າອວຍພອນໃນຄັ້ງນີ້ ແມ່ນສະແດງເຖິງ ໄມຕີຈິດມິດຕະພາບອັນດູດດື່ມ ສະໜິດສະໜົມ, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄືແຂວງ ບໍລິຄຳໄຊ ແຂວງ ເຫງະອານ ເປັນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງສອງຊາດ ອັນທີ່ເປັນມູນເຊື້ອມາແຕ່ບູຮານນາການ, ຊຶ່ງຍາມໃດກໍ່ໄດ້ມີການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ.

ໂອກາດນີ້ ທັງສອງຝ່າຍຍັງໄດ້ຝາກຄວາມຢຽ້ມຢາມຖາມຂ່າວເຖິງພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງ ບໍລິຄຳໄຊ ແລະ ແຂວງ ເຫງະອານ, ຕະຫຼອດໄລຍະຜ່ານມາທັງສອງແຂວງ ໄດ້ມີການພົວພັນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເຮັດໃຫ້ຊາຍແດນທີ່ມີສາຍແດນເຊື່ອມຈອດກັນມີຄວາມສະຫງົບ ບັນດາພະແນກການ ຂະແໜງການໄດ້ແລກປ່ຽນຖອດຖອນບົດຮຽນຮ່ວມກັນ ປະຊາຊົນໄດ້ໄປມາຫາສູ່ກັນແລກປຽ່ນສິນຄ້າກັນ.

ໃນຊູມປີຜ່ານມາ ແຂວງເຫງະອານ-ບໍລິຄຳໄຊ ໄດ້ຮ່ວມກັນສະເຫຼີມສະຫຼອງປີສາມັກຄີ 2022 ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ( 18/7/1997-18/7/2022 ) ແລະວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022), ໄດ້ຮັບເອົານັກສຶກສາມາແຂວງບໍລິຄຳໄຊມາສຶກສາຕໍ່ຢູ່ສະຖາບັນຕ່າງໆຢູ່ແຂວງເຫງະອານຈຳນວນ 28 ທຶນ.

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2023 ສະຫາຍ ວັນວິໄລ ແດນພູຫຼວງ ພ້ອມຄະນະຍັງໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂັວນເຂົ້າອວຍພອນ ສະຫາຍ ພົນຕີ ເຈີນຫວໍຢຸງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ພ້ອມຄະນະ ແລະ ເຂົ້າອວຍພອນສະຫາຍ ພັນເອກ ຟາມຮຸ່ງຖັງ ເລຂາຄະນະພັກປະທານກູ່ມບໍລິສັດໂກເອໂກ.

About admins16