ຮອງເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ 7 ຢູ່ ສອບສູນສອບເສັງຂອງ ເມືອງຄໍາເກີດ

ເພື່ອເປັນການຕິດຕາມກວດກາການສອບເສັງຈົບຊັ້ນ ມັດທະຍົມສຶກສາສາຍສາມັນ ປະຈໍາສົກປີ 2020 – 2021 ໃຫ້ບັນລຸຕາມຕາມເປົ້າໝາຍ ມີຄວາມໂປ່ງໃສ ແລະ ຖືກຕ້ອງສອດຄ່ອງຕາມທິດທາງແຜນການ ທີ່ພະແນກສຶກສາທິການ – ກິລາແຂວງໄດ້ວາງໄວ້, ໃນຕອນເຊົ້າວັນທີ 28 ກໍລະກົດ 2021 ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ທັງເປັນປະທານຊີ້ນໍາການສອບເສັງຈົບຊັ້ນຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການສອບເສັງຈົບຊັ້ນ ມ 7 ຢູ່ທີ່ສອງສູນສອບເສັງຂອງ ເມືອງ ຄໍາເກີດ ໂດຍການຮ່ວມພາທາງ ຂອງທ່ານ ລົມ ແພງສຸກ ຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ.

ທ່ານ ຮອງເຈົ້າແຂວງ ຍັງໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບແຜນການຫ້າງຫາກະກຽມໃນດ້ານຕ່າງໆ ຂອງຄະນະກໍາມະການຮັບຜິດຊອບການສອບເສັງຂັ້ນເມືອງ, ເມືອງ ຄໍາເກີດ ປະກອບມີ 2 ສູນສອບເສັງ ຄື ສູນສອບເສັງ ໂຮງຮຽນ ມສ ນະຄອນໄຊ ແລະ ໂຮງຮຽນ ມສ ຊົນເຜົ່າ ປະກອບມີ 24 ຫ້ອງ ຫ້ອງລະ 19 – 22 ຄົນ, ມີນັກສອບເສັງທັງໝົດ 830 ຄົນ ຍິງ 388 ຄົນ.

ກ່ອນທີ່ນ້ອງນັກຮຽນຈະເຂົ້າຫ້ອງການສອບເສັງໃນແຕ່ລະຄັ້ງ ແມ່ນໄດ້ປະຕິບັດຕາມມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ເປັນຕົ້ນແມ່ນລ້າງມືດ້ວຍເຈວ, ຮັກສາໄລຍະຫ່າງ ແລະ ໃສ່ຜ້າອັດປາກ-ດັງ ເພື່ອຮັບປະກັນຄວາມປອດໄພຂອງນັກສອບເສັງ ແລະ ຄະນະກຳມະການຄວບຄຸມການສອບເສັງ.

ຫຼັງຈາກນັ້ນ ທ່ານ ຮອງເຈົ້າແຂວງ ພ້ອມດ້ວຍຄະນະ ຍັງໄດ້ໃຫ້ກຽດຕັດຫົວບົດສອບເສັງ ວິຊາ ພາສາລາວ – ວັນນະຄະດີ ໃຫ້ກັບນ້ອງນັກຮຽນ ພ້ອມທັງລົງຕິດຕາມກອນສອບເສັງຂອງນ້ອງນັກຮຽນ ຢູ່ແຕ່ລະຫ້ອງ ຂອງສອງສູນສອງເສັງ.

ຫຼັງຈາກນັ້ນ ທ່ານ ຮອງເຈົ້າແຂວງ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປສໍາຫຼວດເບິ່ງອາຄານໂຮງຮຽນແຫ່ງຕ່າງໆ ພາຍໃນຂອບເຂດເທດສະບານເມືອງຄໍາເກີດ ເປັນຕົ້ນແມ່ນ ໂຮງຮຽນ ມສ ທົ່ງແສນ ໂຮງຮຽນ ອານຸບານ ໄຊສະຫວ່າງ ແລະ ໂຮງຮຽນ ປະຖົມສົມບູນ ດົ່ງເໝັ່ນ ທີ່ໄດ້ຮັບຄວາມເປ່ເພເສຍຫາຍ ແລະ ຊຸກໂຊມຕາມການເວລາ.

ການລົງເກັບກໍາຂໍ້ມູນ ກວດກາສະພາບຄວາມເສຍຫຍາຍຕົວຈິງຄັ້ງນີ້ ເພຶ່ອຈະໄດ້ນໍາເອົາຂໍ້ມູນດັ່ງກ່າວ ໄປປຶກສາຫາລືກັບໝູ່ຄະນະ ສ້າງແຜນບຸລະນະ – ປັບປຸງກໍ່ສ້າງ ແລະ ສ້ອມແປງຄືນໃຫມ່ໃນຕໍ່ໜ້າ.

ທ່ານຮອງເຈົ້າແຂວງພ້ອມດ້ວຍຄະນະ ຍັງໄດ້ລົງໄປສໍາຫຼວດເບີ່ງ ສູນການສຶກສານອກໂຮງຮຽນຂອງເມືອງຄໍາເກີດ ທີ່ໄດ້ເປີດການຮຽນ ການສອນ ຕັດຫຍິບ ໄລຍະສັ້ນ ໃຫ້ກັບຊາວໜຸ່ມ ແມ່ຍິງ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ທີ່ມີຄວາມສົນໃຈ ທີ່ໄດ້ເຂົ້າມາຮ່ຳຮຽນ ຢູ່ພາຍໃນສູນດັ່ງກ່າວ ເຊິ່ງເປັນການສ້າງວຽກເຮັດງານທໍາທີ່ດີ ໃຫ້ກັບພໍ່ແມ່ປະຊາຊົນພາຍໃນເມືອງ, ຜ່ານການເປີດການຮຽນການສອນໃນໄລຍະຜ່ານມາ ເຫັນວ່າ ມີຜູ້ຄົນພາຍໃນເມືອງໃຫ້ຄວາມສົນໃຈ ແລະ ເຂົ້າມາຝຶກອົບຮົມ ແລະ ຮ່ຳຮຽນເປັນຈໍານວນຫຼວງຫຼາຍ.

About admins16