ພະແນກສາທາລະນະສຸກແຂວງ ສະຫຼຸບວຽກງານ 6 ເດືອນ ປີ 2021

ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ຂອງພະແນກສາທາລະນະສຸກ ແຂວງບໍລິຄຳໄຊ 6 ເດືອນ ປີ 2021 ໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ໂຮງໝໍແຂວງ ແລະ ຈາກບັນດາ 7 ຕົວເມືອງພາຍໃນແຂວງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 6 ເດືອນຕົ້ນປີ ແລະ ແຜນພັດທະນາວຽກງານ 6 ເດືອນທ້າຍປີ 2021 ວ່າ: ທົ່ວແຂວງ ມີ 32 ກຸ່ມບ້ານ, ມີບ້ານທັງໝົດ 291 ບ້ານ, ບ້ານທຸກຍາກ 44 ບ້ານ, ມີ 55.716 ຄອບຄົວ, ຄອບຄົວທຸກຍາກ 3.644 ຄອບຄົວ, ມີປະຊາກອນທັງໝົດ 320.335 ຄົນ, ເພດຍິງ 159.764 ຄົນ, ປະຊາກອນເປົ້າໝາຍສາທາລະນະສຸກ: ເດັກເກີດມີຊີວິດ 7.361 ຄົນ, ເດັກລຸ່ມ 1 ປີ 7.115 ຄົນ, ເດັກ 1-4 ປີ 28.925 ຄົນ, ເດັກລຸ່ມ 5 ປີ 36.040 ຄົນ, ແມ່ຍີງ 15-45 ປີ 64,067 ຄົນ, ແມ່ຍິງຈະເລີນພັນ 15-49 ປີ 84.515 ຄົນ, ແມ່ຍິງຈະເລີນພັນ 15-45 ປີ ທີ່ແຕ່ງງານ 51.254 ຄົນ, ລົງຕິດຕາມວຽກງານແມ່-ເດັກ ແລະ ສັກຢາກັນພະຍາດໄດ້ເມືອງລະ 4ຄັ້ງ ໃນ 7 ເມືອງທົ່ວແຂວງ, ລົງພົ່ນຢາປ້ອງກັນພະຍາດໂຄວິດ-19 ໃນ 6 ສູນກັກກັນຢູ່ເມືອງປາກຊັນ, ທ່າພະບາດ, ປາກກະດິງ, ບໍລິຄັນ ແລະ ເມືອງຄໍາເກີດ 45 ຄັ້ງ.

ຝຶກອົບຮົມກ່ຽວກັບພະຍາດເອດ ແລະ ພະຍາດຕິດຕໍ່ທາາງເພດສຳພັນ ໃຫ້ກັບໂຮງໝໍນ້ອຍ 39 ແຫ່ງ, ກວດເລືອດຊອກຫາເຊື້ອໄຂ້ຍຸງໄດ້ 2.561 ຄົນ, ພົບເຊື້ອໄຂ້ຍຸງ 1 ຄົນ, ອັດຕາກວດພົບເຊື້ອໄຂ້ຍຸງ 0,04%, ສົ່ງນ້ຳດື່ມໄປວິໄຈຄຸນນະພາບຢູ່ສູນວິໄຈອາຫານ ແລະ ຢາ ຈຳນວນ 26 ໂຮງງານ 31 ຕົວຢ່າງ ຜົນການວີໄຈ ຜ່ານ 13 ໂຮງງານ ບໍ່ຜ່ານ 12 ໂຮງງານ ຍັງລໍຖ້າຜົນກວດ 3 ໂຮງງານ, ກວດຮ້ານຂາຍຢາ 10 ຮ້ານ, ພົບຢາຕ້ອງຫ້າມ 01 ລາຍການ ແລະ ຢາໝົດອາຍຸການນຳໃຊ້ 1 ລາຍການ ລວມມູນຄ່າ 183,000 ກີບ, ກວດເຄື່ອງສຳອາງ 8 ຮ້ານ ພົບເຄື່ອງສຳອາງທີ່ປົນເປື້ອນສານເຄມີຕ້ອງຫ້າມ ແລະ ບໍ່ຖືກຕ້ອງ ເຊັ່ນ: ປະສົມສານເຄມີຕ້ອງຫ້າມ, ບໍ່ມີສະຫຼາກ ແລະ ໝົດອາຍຸການນຳໃຊ້ ຈຳນວນ 74 ລາຍການ, ມູນຄ່າ: 18,120,000 ກີບ ທັງໝົດໄດ້ຢືດ ແລະ ທຳລາຍຖີ້ມ.

ສຳລັບທິດທາງແຜນການໃນຕໍ່ໜ້າ ເອົາໃຈໃສ່ ວຽກງານສົ່ງເສີມສຸຂະພາບ ແລະ ສຸຂະສຶກສາ ຖືເອົາການສື່ສານເພື່ອສຸຂະພາບ ແລະ ໂຄສະນາສຸຂະສຶກສາເປັນປາຍແຫຼມ, ໃຫ້ຂໍ້ມູນຂ່າວສານດ້ານສາທາລະນະສຸກທົ່ວເຖີງທຸກກຸ່ມເປົ້າໝາຍ, ຄວບຄຸມຢາສູບ ແລະ ເຄື່ອງດື່ມທີ່ມີທາດເຫລົ້າ, ສົ່ງເສີມສຸຂະພາບຜູ້ສູງອາຍຸ ແລະ ສ້າງຕົວເມືອງ ແຫ່ງຄຸນນະພາບ, ສ້າງຄວາມເຂັ້ມແຂງເພີ່ອກະກຽມຄວາມພ້ອມ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດ ແລະ ເຫດການສຸກເສີນດ້ານສາທາລະນະສຸກ ລວມທັງຫ້ອງປະຕິບັດງານສຸກເສີນທາງດ້ານສາທາລະນະສຸກ, ປະຕິບັດ ຕົວຊີ້ວັດ 5 ດີ 1 ພໍໃຈໃຫ້ບັນລຸຄາດໝາຍທີ່ວາງໄວ້, ຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ການເຂົ້າເຖິງຢາ ແລະ ຜະລິດຕະການແພດ, ຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ, ສ້າງຄວາມເຂັ້ມແຂງວຽກງານກໍ່ສ້າງພັກ-ພະນັກງານ ແລະ ສ້າງຄວາມເຂັ້ມແຂງວຽກງານກົງຈັກການຈັດຕັ້ງສາທາລະນະສຸກ.

About admins16